郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ບໍ​ລິ​ການ​​ການແ​ປພາ​ສາພ້ອມ​ກັບ​ຜູ້​ກ່າວ​ໃນ​ຮູບ​ແບບ​ທາງ​ໄກ ເຊິ່ງ​ຫຼຸດຕົ້ນ​ທຶນໄດ້ຫຼາຍ​ແລະ​ສາ​ມາດ​ຍົກ​ສູງ​ປະ​ສິດ​ທິ​ພາບ

2022-02-15 16:04:02 cri

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ບໍ​ລິ​ການ​​ການແ​ປພາ​ສາພ້ອມ​ກັບ​ຜູ້​ກ່າວ​ໃນ​ຮູບ​ແບບ​ທາງ​ໄກ ເຊິ່ງ​ຫຼຸດຕົ້ນ​ທຶນໄດ້ຫຼາຍ​ແລະ​ສາ​ມາດ​ຍົກ​ສູງ​ປະ​ສິດ​ທິ​ພາບ_fororder_669618284

ວັນ​ທີ14ກຸມ​ພານີ້ ​ຄະ​ນະ​ກຳ​ມະ​ການຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ໃຊ້​ລະ​ບົບ​ແປ​ພາ​ສາພ້ອມ​ກັບ​ຜູ້​ກ່າວ​ໃນ​ຮູບ​ແບບ​ທາງ​ໄກ​ເປັນເທື່ອ​ທຳ​ອິດ ເຊິ່ງ​ສາ​ມາດ​ໃຫ້​ບໍ​ລິ​ການກອງ​ປະ​ຊຸມ​ຂ່າວ5​ຄັ້ງ​ໃນ​​ເວ​ລາ​ດຽວ​ກັນ.

ທີ່​ປຶກ​ສາ​ການ​ບໍ​ລິ​ການ​ດ້ານ​​ການ​ແປພາ​ສາ​ຂອງ​ຄະ​ນະ​​​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນໄດ້ແນະ​ນຳ​ໃຫ້​ຮູ້​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກໂຕ​ກຽວ​ແມ່ນ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່ໃຊ້​ລະ​ບົບ​ແປ​ພາ​ສາພ້ອມ​ກັບ​ຜູ້​ກ່າວ​ໃນ​ຮູບ​ແບບ​ທາງ​ໄກ​ເປັນ​ເທື່ອ​ທຳ​ອິດ. ເມື່ອ​ທຽບ​ໃສ່ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ທີ່​ສ.ເກົາ​ຫຼີ​ແລ້ວ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ໃຊ້​ລະ​ບົບ​ແປ​ພາ​ສາພ້ອມ​ກັບ​ຜູ້​ກ່າວ​ໃນ​ຮູບ​ແບບ​ທາງ​ໄກ ໂດຍ​ມີ​ນາຍ​ພາ​ສາ​ໜ້ອຍກວ່າງານ​ກິ​ລາ​ໂອ​ລິມ​ປິກ​​ພຽງ​ຊາງ20 ກວ່າ​ຄົນ. ປັດ​ຈຸ​ບັນ,​ໜ່ວຍ​ງານບໍ​ລິ​ການແປ​ພາ​ສາ​ພ້ອມ​ກັບ​ຜູ້​ກ່າວ​ໃນ​ຮູບ​ແບບ​ທາງ​ໄກມີ​ 35ຄົນ, ເຊິ່ງ​ລວມ​ທັງ​ນາຍ​ພາ​ສາ​ສາ​ກົນ25ຄົນ​ທີ່​ມາ​ຈາກ9ປະ​ເທດ​ແລະ​ເຂດ​ແຄວ້ນ.

ທ່ານ ເມີຍ​ຈ້ຽນ​ຈວີ່ນ ຜູ້​ອຳ​ນວຍ​ການ​ບໍ​ລິ​ການ​ແປ​ພາ​ສາ​ຂອງ​ສູນ​ສື່ມວນ​ຊົນຫຼັກໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ກ່າວ​ວ່າ: ການ​ແປ​ພາ​ສາ​ພ້ອມ​ກັບ​ຜູ້​ກ່າວ​ໃນ​ຮູບ​ແບບ​ທາງ​ໄກ​ມີ​ທ່າ​ແຮງ​ຢູ່​ທີ່ບ່ອນ​ວ່າ ນາຍ​ພາ​ສາ​ແມ່ນ​ເຮັດ​ວຽກ​ຢູ່​ສູນ​ແປ​ພາ​ສາ​ທີ່​ຢູ່​ໃນ​ສູນ​ສື່ມວນ​ຊົນຫຼັກ,ບໍ່​ຕ້ອງ​ໄປ​ເຮັດ​ວຽກ​ຢູ່​​ສະ​ໜາມ​​ແຂ່ງ​ຂັນ​ກິ​ລາຕ່າງໆ,ເ​ຊິ່ງ​ສາ​ມາດ​ຫຼຸດ​ຕົ້ນ​ທຶນ​ການ​ໃຊ້​ແຮງ​ງານ​ແລະ​​ສາ​ມາດຍົກ​ສູງ​ປະ​ສິດ​ທິ​ພາບ.

ຄຳ​ເຫັນ

0