吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິລາ​ໂອ​ລິ​ມປິກລະດູ​ໜາວ​ປັກ​ກິ່ງ ຜູ້​ຕິດຕາມ ​ແລະ ຮັບ​ຊົມ​ສູງ​ກວ່າ​ທຸູກຄັ້ງ​ຜ່ານ​ມາ

2022-02-15 13:20:42 CRI

ງານ​ກິລາ​ໂອ​ລິ​ມປິກລະດູ​ໜາວ​ປັກ​ກິ່ງ ຜູ້​ຕິດຕາມ ​ແລະ ຮັບ​ຊົມ​ສູງ​ກວ່າ​ທຸູກຄັ້ງ​ຜ່ານ​ມາ_fororder_收视率

 

ວັນ​ທີ 14 ກຸມພາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ. ມີ​ນັກ​ຂ່າວ​ຖາມ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ບໍລິສັດສະໜອງ​ການ​​ໃຫ້ບໍລິການ​ຖ່າຍ​ທອດ​ສົດ​ງານໂອ​ລິ​ມປິກ​ໄດ້​ປະກາດ​ວ່າ, ງານ​ກິລາ​ໂອ​ລິ​ມປິກລະດູ​ໜາວ​ປັກ​ກິ່ງ​ໄດ້​ກາຍ​ເປັນ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ທີ່​ມີ​ອັດຕາ​ຜູ້​ຊົມສູງ​ສຸດ​​ໃນ​ປະຫວັດສາດ​ໂດຍມີ​ຜູ້ເອົາ​ໃຈ​ໃສ່​ຕິດຕາມ​ເບິ່ງ​ຢູ່​ສື່ສັງຄົມ​ອອນ​ລາຍທົ່ວ​ໂລກຫຼາຍ​ກວ່າ 2 ຕື້​ຄົນ​. ຈີນມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

 

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ, ​ໃນ​ສອງ​ມື້​ມໍ່ໆ​ມາ​ນີ້, ສື່​ມວນ​ຊົນ​ຕ່າງປະ​ເທດ​ຈຳນວນ​ຫຼາຍ​ໄດ້​ລາຍ​ງານຂ່າວ​ກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ​ດ້ວຍ​ການ​ພາດ​ຫົວ​ຂໍ້​ວ່າ:ອັດຕາການ​ຕິດຕາມ ​ແລະ ຮັບ​ຊົມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງໄດ້​ສ້າງ​ສະຖິຕິ​ໃໝ່. ອັດຕາການ​ຮັບ​ຊົມ​ການ​ແຂ່ງຂັນ​ຕ່າງໆ​ບໍ່​ພຽງ​ແຕ່​ໄດ້​ເພີ່ມ​ຂຶ້ນ​ໜຶ່ງເທົ່າ​ຢູ່​ປະ​ເທດທີ່​ມີ​ຄວາມ​ເຂັ້ມ​ແຂງ​ດ້ານ​ກິລາ​​ໂອ​ລິ​ມປິກ​ລະດູ​ໜາວ​ ​ເຊັ່ນ​ຢູ່​ທະວີບ​ເອີ​ລົບ ​ແລະ ອາ​ເມຣິກາ​​ເທົ່າ​ນັ້ນ, ຍັງ​ໄດ້​ສ້າງ​ສະຖິຕິ​ໃໝ່, ຢູ່ບັນດາ​ປະ​ເທດ​ເຂດ​ຮ້ອນ​ທີ່​ບໍ່​ມີ​ຫິມະ​​ກໍ່​ມີ​ຈຳນວນຜູ້ເອົາ​ໃຈ​ໃສ່​ຕິດຕາມ ​ແລະ ຮັບ​ຊົມ​ງານ​​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງຢ່າງ​ຫຼວງ​ຫຼາຍ.

 

ທ່ານ​ວ່າງ​ເວີນ​ປິ່ນ​ຍັງ​ກ່າວ​ຕື່ມ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ສາມັກຄີ,​ການ​ຮ່ວມ​ມື ​ແລະ ຄວາມ​ຫວັງ, ພວມ​ສ້າງຄວາມ​ໝັ້ນ​ໃຈ ​ແລະ ​ໃຫ້​ກຳລັງ​ໃຈ​ແກ່ປະ​ເທດ​ຕ່າງໆ​ໃນ​ໂລກ.

 

 

ຄຳ​ເຫັນ

0