吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ນັກ​ກິ​ລາ​ຈີນ​ສ້າງ​ຜົນ​ງານໄດ້​ດີ​ທີ່​ສຸດໃນ​ປະ​ຫວັດ​ສາດ​ການ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ

2022-02-16 15:58:32 cri

ຄະ​ນະ​ນັກ​ກິ​ລາ​ຈີນ​ສ້າງ​ຜົນ​ງານໄດ້​ດີ​ທີ່​ສຸດໃນ​ປະ​ຫວັດ​ສາດ​ການ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ_fororder_微信图片_20220216105734

    ວັນ​ທີ 15 ກຸມ​ພາ​ນີ້, ​ທ້າວ. ຊູ່ອີ້​ມີງ ຊີງ​ໄດ້ຫຼຽນ​ຄຳ​ໃນ​ປະ​ເພດ​ສະ​ກີ​ລີ​ລາ​ແປ້ນດ່ຽວ​​ທ່າ​ຟ​ຣີ​ສະ​ຕາຍ​ກາງ​ເວ​ຫາເພ​ດ​ຊາຍ​ຂອງ​ງານ​ກິ​ລາ​ໂອ​ລິມ​ລະ​ດູ​ໜາວ​ປັກ​ກິ່ງ, ລາວ​ໄດ້​ກາຍ​ເປັນ​ແຊມ​ຜູ້​ທຳ​ອິດ​ຂອງ​ຈີນ​ໃນ​ປະ​ເພດ​ສະ​ກີ​ລີ​ລາ​ແປ້ນ​ດ່ຽວທ່າ​ຟ​ຣີ​ສະ​ຕາ​ຍ​ກາງ​ເວ​ຫາ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ. ພ້ອມ​ດຽວ​ກັນ​ນັ້ນ, ຄະ​ນະ​ນັກ​ກິ​ລາ​ຈີນ​​ກໍໄດ້​ສ້າງ​ຜົນ​ງານ​ຍາດ​ໄດ້ 6 ຫຼຽນ​ຄຳ, 4 ຫຼຽນ​ເງິນ ແລະ 2ຫຼຽນ​ທອງ ເຊິ່ງ​ໄດ້​ສ້າງສະ​ຖິ​ຕິໃໝ່​ດ້ານ​ຈຳ​ນວນຫຼຽນ​ຄຳ ແລະ​ຈຳ​ນວນຫຼຽນໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ທັງ​ໄດ້​ສ້າງ​ຜົນ​ງານ​ທີ່​ດີ​ທີ່​ສຸດ​ໃຫ້​ກັບ​ຈີນ​ນັບ​ແຕ່​ຈີນ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນ​ຕົ້ນ​ມາ.

    ອີງ​ໃສ່​ຫຼຽນ​ຄຳ​ດັ່ງ​ກ່າວ, ​ຈໍ​າ​ນວນຫຼຽນ​ຄຳ​ຂອງຄະ​ນະ​ນັກ​ກິ​ລາ​ຈີນໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​​ນີ້​ໄດ້​ທຳ​ລາຍ​ສະ​ຖິ​ຕິ​ 5 ຫຼຽນ​ຄຳ​ຂອງ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ແວນ​ໂຄ​ເວີ​ປີ 2010, ພ້ອມ​ດຽວ​ກັນ​ນັ້ນ, ຈຳ​ນວນ 12 ຫຼຽນ​ກໍ​ໄດ້​ສ້າ​ງ​ສະ​ຖິ​ຕິ​ໃໝ່​ເຊັ່ນ​ກັນ. ກ່ອນ​ໜ້າ​ນີ້, ສະ​ຖິ​ຕິ​ສູງ​ສຸດ​ແມ່ນ 11 ຫຼຽນ, ​ເຊິ່ງ​ແມ່ນ​ຜົນ​ງານ​​ທີ່​​ຍາດ​ໄດ້​ໃນ​ງານ​ກິ​ລາ​ໂອ​ລິມ​ລະ​ດູ​ໜາວ​ຕູ​ລິນປີ 2006 ຄື: 2 ຫຼຽນ​ຄຳ, 4 ຫຼຽນ​ເງິນ ແລະ 5 ຫຼຽນ​ທອງ ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແວນ​ໂຄ​ເວີ​ປີ 2010 ຄື: 5 ຫຼຽນ​ຄຳ, 2 ຫຼຽນ​ເງິນ ແລະ 4 ຫຼຽນ​ທອງ.

ຄຳ​ເຫັນ

0