郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂຈ ໄບເດັນກ່າວວ່າ: ຈະ​​ເຮັດສຸດ​ຄວາມ​ສາ​ມາດ​ເພື່ອ​ແກ້​ໄຂ​ບັນ​ຫາ​ລະ​ຫວ່າງ​ຣັດ​ເຊຍ​ແລະອູ​ແກຼນ​ດ້ວຍວິ​ທີ​ທາງ​ການ​ທູດ

2022-02-16 16:59:13 cri

ທ່ານ​ໂຈ ໄບເດັນກ່າວວ່າ: ຈະ​​ເຮັດສຸດ​ຄວາມ​ສາ​ມາດ​ເພື່ອ​ແກ້​ໄຂ​ບັນ​ຫາ​ລະ​ຫວ່າງ​ຣັດ​ເຊຍ​ແລະອູ​ແກຼນ​ດ້ວຍວິ​ທີ​ທາງ​ການ​ທູດ_fororder_1581313846

​ວັນ​ທີ15ກຸມ​ພາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ,ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ພາຍນອກ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ​ລະ​ຫວ່າງ​ຣັດ​ເຊຍ​​ແລະ​ອູ​ແກຼນ ໂດຍ​ກ່າວ​ວ່າ​ຈະ​​ພະ​ຍາ​ຍາມສຸດ​​ຂີດ​ເພື່ອ​ແກ້​ໄຂ​ບັນ​ຫາ​ລະ​ຫວ່າງ​ສອງ​ຝ່າຍ​ດ້ວຍ​ວິ​ທີ​ທາງ​ການ​ທູດ ເພື່ອ​ຫຼີກ​​ລ່ຽງການ​ປະ​ທະ​ກັນ.

ຫວ່າງ​ມໍ່ໆ​ມານີ້ ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອູ​ແກຼນ​ໄດ້​ເຄັ່ງ​ຕຶງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສອງ​ຝ່າຍໄດ້​ຈັດ​ວາງກຳ​ລັງ​ທະ​ຫານ​ແລະອາ​ວຸດຍຸດ​ໂທ​ປະ​ກອນຈຳ​ນວນ​ຫຼາຍ​ຢູ່​ເຂດ​ຊາຍ​ແດນ. ອາ​ເມ​ຣິ​ກາ ອູ​ແກຼນ​ແລະ​ກຸ່ມ​ນາ​ໂຕ​ລ້ວນ​ແຕ່​ກ່າວ​ວ່າ:​ຣັດ​ເຊຍ​ໄດ້​ເຕົ້າ​ໂຮມກຳ​ລັງ​ທະ​ຫານ​ຈຳ​ນວນ​ຫຼວງ​ຫຼາຍ​ຢູ່​ເຂດ​ຊາຍ​ແດນ​ທີ່​ໃກ້​ກັບ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຼນ ເພື່ອ​ກຽມ​​ຮຸກ​ຮານ​ອູ​ແກຼນ. ສ່ວນຝ່າຍ​ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ກ່ຽວ​ກັບ​ເລື່ອງນີ້ ແລະ​ກ່າວ​ເນັ້ນ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ນາ​ໂຕເປັນ​ໄພ​ຂົ່ມ​ຂູ່​ຕໍ່ຄວາມ​ໝັ້ນ​ຄົງ​ຢູ່​ເຂດ​ຊາຍ​ແດນ​ຣັດ​ເຊຍ,ຣັດ​ເຊຍ​ຈິ່ງ​ມີ​ສິດ​ປ້ອງ​ກັນ​ດິນ​ແດນ​ຂອງ​ຕົນດ້ວຍ​ການຈັດ​ວາງ​ກຳ​ລັງ​ທະ​ຫານ​ຢູ່​ພາຍ​ໃນ​ດິນ​ແດນ​ຂອງຕົນ.

ຄຳ​ເຫັນ

0