郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ທະ​ຫານ​​ເຂດພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຣັດ​ເຊຍ​ໄດ້​ສຳ​ເລັດ​ໜ້າ​ທີ່​ຝຶກ​ຊ້ອມ​ທາງ​​ການ​ທະ​ຫານແລະ​ກັບ​ຄືນ​​ຄ້າຍ​ແລ້ວ

2022-02-16 17:01:47 cri

ວັນ​ທີ15ກຸມ​ພານີ້ ທ່ານ ໂຄ​ເນີ​ເຊັນ​ກົ​ຟ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ກອງ​ທະ​ຫານ​ຢູ່​ເຂດພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຣັດ​ເຊຍໄດ້​ສຳ​ເລັດ​ໜ້າ​ທີ່​ຝຶກ​ຊ້ອມ​ທາງການ​ທະ​ຫານ ​ແລະ​ເດີນ​ທາງກັບ​ຄືນຄ້າຍ​ໃນ​ມື້​ດຽວ​ກັນ​ແລ້ວ.

ວັນ​ທີ15ກຸມ​ພານີ້ ເວັບ​ໄຊ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​​ໄດ້​ແຈ້ງ​ຂ່າວ​ໃຫ້​ຮູ້​ວ່າ: ກອງ​ທະ​ຫານ​ເຂດພາກ​ໃຕ້​ໄດ້​ສຳ​ເລັດ​ໜ້າ​ທີ່​ຝຶກ​ຊ້ອມ​ທາງ​ການ​ທະ​ຫານຢູ່​ແຫຼມ​ກ​ຣີ​ມ ແລະ​ເດີນ​ທາງ​ກັບ​ຄືນ​​ຄ້າຍ​ຂອງ​ຕົນ​ທີ່​ຢູ່​ສ.ດາ​ກີ​ສະ​​ການ​ແລະ​ສ.ໂອ​ຊີ​ເ​ທຍ​ເໜືອ. ​​ສ່ວນກອງ​ທະ​ຫານ​ເຂດພາກ​ຕາ​ເວັນ​ຕົກ​ກຳ​ລັງເດີນ​ທາງ​ກັບ​ຄືນ​ຄ້າຍ​ຂອງຕົນ​ທີ່​ຢູ່​ລັດ​ນິ​ສ​ນີ ນົ​ຟ​ໂກ​ຣົດ. ຂ່າວ​ແຈ້ງວ່າ: ກອງ​ທະ​ຫານຂອງ​ຣັດ​ເຊຍຍັງ​ດຳ​ເນີນ​ການຝຶກ​ຊ້ອມ​ທາງ​ການ​ທະ​ຫານ​ຂະ​ໜາດ​ໃຫຍ່​ຕໍ່​ໄປອີກ​ໂດຍ​ມີ​ກອງ​ທະ​ຫານ​ເຂດ​ຕ່າງໆ, ​​ທະ​ຫານເຮືອ​ແລະ​ທະ​ຫານ​ໂດດ​ຈ້ອງເຂົ້າ​ຮ່ວມ​.

ກອງ​ທະ​ຫານ​​ເຂດພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ຣັດ​ເຊຍ​ໄດ້​ສຳ​ເລັດ​ໜ້າ​ທີ່​ຝຶກ​ຊ້ອມ​ທາງ​​ການ​ທະ​ຫານແລະ​ກັບ​ຄືນ​​ຄ້າຍ​ແລ້ວ_fororder_1463305117

 

ຄຳ​ເຫັນ

0