郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີ​ຈິ້ນ​ຜິງ​​ສົນ​ທະ​ນາ​ກັບປະ​ທາ​ນາ​ທິ​ບໍ​ດີຝຣັ່ງ

2022-02-17 17:55:35 cri

​ຕອນ​​ບ່າຍວັນ​ທີ16ກຸມ​ພາ​ນີ້, ທ່ານສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ສົນ​ທະ​ນາ​ກັບ​ທ່ານ​​ເອ​ມ ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ​ທາງ​ໂທ​ລະ​ສັບ. ​ທ່ານ​​ເອ​ມ ມາ​ນູ​ແອນ ມາ​ຄ​ຣົງໄດ້​ກ່າວ​ຄຳ​ອວຍ​ພອນ​ບຸນກຸດ​ຈີນ​ປີ​ຂານ​ໃຫ້​ກັບ​ທ່ານ​ສີ​ຈິ້ນ​ຜິງ​ແລະ​ປະ​ຊາ​ຊົນ​ຈີນ ໂດຍ​ກ່າວ​ວ່າ: ປະ​ເທດ​ຝຣັ່ງ​ໄດ້​ສະ​ໜັບ​ສະ​ໜູນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ​ຈະ​ສືບ​ຕໍ່​ອອກ​ແຮງ​ສຸດ​ຂີດ​ສະ​ໜັບ​ສະ​ໜູນ​ງານ​ກິ​ລ​າ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ໃຫ້​ໄດ້ຮັບ​ຜົນ​ສຳ​ເລັດ.

​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ໃນ​ປີ​ໃໝ່​ນີ້ ຈີນ​ແລະ​ຝຣັ່ງ​ຈະ​ສືບ​ຕໍ່​ເດີນ​ຕາມ​ເສັ້​ນ​ທາງ​ທີ່​​​ສ້າງ​ສັນ​ປອດ​ໃສ່​ແລະ​ທິດ​ທາງບວກ,ອິງ​ໄສ່​ຫຼັກ​ການ​ເຄົາ​ລົບກັນ​ແລະປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ, ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ແລະ​ການແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ໃນ​ຂັ້ນຕ່າງໆ,ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ຊຸກ​ຍູ້​ໃຫ້​​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະຝ​ຣັ່ງ​​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃໝ່.

​ທ່ານ​​ເອ​ມ ມາ​ນູ​ແອນ ມາ​ຄ​ຣົງ​ໄດ້​ສະ​ແດງ​ທັດ​ສະ​ນະ​ຂອງ​ຕົນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ລະ​ຫວ່າງຣັດ​ເຊ​ຍ-​ອູ​ແກຼນ​​ໃນ​ສະ​ເພາະ​ໜ້ານີ້. ສຳ​ລັບ​ເລື່ອງນີ້ ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ທຸກ​ຝ່າຍ​ທີ່​ກ່​ຽວ​ຂ້ອງ​ຄວນ​ຍຶດ​ໝັ້ນ​ທິດ​ທາງ​ລວມ​ໃນ​ການແກ້​ໄຂ​ບັນ​ຫາ​ທາງ​ການ​ເມືອງ,ນຳ​ໃຊ້​ເວ​ທີ​ຫຼາຍ​ຝ່າຍ​ທີ່​ລວມ​ທັງ​ກົນ​ໄກ​ໂນ​ມັນ​ດີ​ຢ່າງ​ເຕັມ​ທີ່,​ນຳ​ໃຊ້​ການ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ອູ​ແກຼນ​ຢ່າ​ງ​ຮອບ​ດ້ານ.

ທ່ານສີ​ຈິ້ນ​ຜິງ​​ສົນ​ທະ​ນາ​ກັບປະ​ທາ​ນາ​ທິ​ບໍ​ດີຝຣັ່ງ_fororder_xjp

 

ຄຳ​ເຫັນ

0