秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາຄວນຮຽນຮູ້ຄິດຫງຳເພື່ອຄົນອື່ນ, ສະແຫວງຫາສິ່ງທີ່ຄືກັນ ແລະສະຫງວນສິ່ງທີ່ຕ່າງກັນ

2022-02-17 14:35:22 cri

ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ຂອງ​ສະ​ມາ​ຄົມ​ອະ​ພິ​ປາຍ​ອອ​ສ​ຟອດ (Oxford Union), ດ​ຣ. ວິນ​ສເຄ​ໂບ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ອັງ​ກິດ​ໄດ້​ກ່າ​ວ​ເຖິງ​ຄຳ​ສົມ​ມຸດ​ທີ່​ໜ້າ​ສົນ​ໃຈ ຄື: “ ຖ້​າ​ວ່າ​ຄົນ​ຈີນ​ເວົ້າກັບຄົນ​ອາ​ເມ​ຣິ​ກາ​ວ່າ: ພວກ​ເຮົາ​ຈະ​ບໍ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ການ​ຄ້າ​ໃດໆ​ກັບ​ພວກ​ເຈົ້າ ນອກ​ຈາກວ່າ​ພວກ​ເຈົ້າ​ຈະ​ຍົກ​ເລີກ​​ມາດ​ຕາ​ທີ​ສອງ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ອາ​ເມ​ຣິ​ກາ ແລະ​ຫ້າມ​ຊາວ​ອາ​ເມ​ຣິ​ກາຖື​ປືນ ເພາະ​ວ່າ​ຊາວ​ຈີນ​ເຫັນ​ມີ​ຄົນ​​ເສຍ​ຊີ​ວິດ​ຈຳ​ນວນຫຼວງຫຼາຍ ​ຍ້ອນ​ໃຊ້​ປືນ​ຢ່າງ​ຊະ​ຊາຍ​ແລ້ວ​ຮູ້​ສຶກ​ກັງ​ວົນ​ໃຈ ແລະ​ເປັນ​ການ​ລະ​ເມີດແນວ​ຄິດ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ພວກ​ເຮົາ. ດັ່ງ​ນັ້ນ, ​ຄວນ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ຂອງ​ພວກ​ເຈົ້າ​ສາ. ” ດ​ຣ. ວິນ​ສ ​ເຄ​ໂບຍັງ​ໄດ້​ວິ​ເຄາະ​ຕື່ມ​ວ່າ:  “​ຄຳ​ສົມ​ມຸດດັ່ງ​ກ່າວ​ບໍ່​ມີ​ຄ​ວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຕົວ​ຈິງ.”

ພວກ​ເຮົາ​ລ​ອງ​ມາ​ຈິນ​ຕະ​ນາ​ການ​ນຳ​ກັນ​ເບິ່ງ​ວ່າ: ຖ້າ​ວ່າ​ຊາວ​ຈີນ​​ເຄື່ອ​ນ​ໄຫວ ແລ​ະ​ດຳ​ລົງ​ຊີ​ວິດ​ຄື​ກັບ​ຊາວ​ອາ​ເມ​ຣິ​ກາ, ປະ​ເທດ​ຈີນ​ຈະ​ກາຍ​ເປັນ​​ປະ​ເທດ​ຄືແນວ​ໃດ?

ໃນ​ປີ 2021, ເຫດ​ການ​ຍິງ​ກັນ​ຢ່າງ​ຮ້າຍ​ແຮງໄດ້​ເກີດ​ຂຶ້ນ​ເລື້ອຍໆ​ຢູ່​ອາ​ເມ​ຣິ​ກາ, ມີປະ​ຊາ​ຊົນຫຼາຍກວ່າ 20.000 ຄົນ​ໄດ້​ເສ​ຍ​ຊີ​ວິດ ແລະ​ມີ 40.000 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ການ​ຍິງ​ກັນ​ເຫຼົ່າ​ນີ້. ຕາມ​ສະ​ຖິ​ຕິຫຼ້າ​ສຸດ, ຈຳ​ນວນ​ປະ​ຊາ​ກອນ​ຂອງ​ຈີນ​ແມ່ນຫຼາຍກວ່າ​ຈຳ​ນວນ​ປະ​ຊາ​ກອນ​ອາ​ເມ​ຣິ​ກາ ປະ​ມານ 4,2 ເທົ່າ, ຖ້າ​ວ່າ​ຄົນໃຊ້​ຢືນ​​ຢູ່​ຈີນຢ່າງ​ຊ​ະ​ຊາ​ຍ​ຄືຢູ່ອ​າ​ເມ​ຣິ​ກາ, ຢູ່​ຈີນ​ໃນ​ແຕ່​ລະ​ປີ​ຈະ​ມີ​ເກືອບ 90.000 ຄົນ​ເສຍ​ຊີ​ວິດ​ຍ້ອນ​ຍິງ​ກັນ.

ພາຍຫຼັງ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ຢູ່​ອາ​ເມ​ຣິ​ກາ​ມີ 79 ລ້ານ​ຄົນ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລະ​ມີຫຼາຍກວ່າ 9 ແສນ​ຄົນ​ ​ເສຍ​ຊີ​ວິດ ຍ້ອນ​ວ່າ​ມາດ​ຕະ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​​ຢູ່ອມ​ເມ​ຣິ​ກາບໍ່​ໄດ້​ດີ. ຖ້​າ​ວ່າ​​ຢູ່ປະ​ເທດ​ຈີນ​ບໍ່​ມີ​ມາດ​ຕະ​ການ​ປ້ອງ​ກັນ ແລະ​ຄວ​ບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ເຂັມ​ງວດ, ຢູ່​ຈີນ​ຈະ​ມີ​ປະ​ຊາ​ຊົນ 300 ລ້ານຄົນ ຫຼື​​ມີຈຳ​ນວນຫຼາຍກວ່າ​ນີ້​​ຕິ​ດ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລະ​ອາດ​ຈະ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ເກືອບ 4 ລ້ານ​ຄົນ ຍ້ອນ​ເງື່ອນ​ໄຂ​ທາງ​ການ​ແພດ​ຂອງ​ຈີນ​ບໍ່​ດີສ່ຳຢູ່​ອາ​ເມ​ຣິ​ກາ.

ອີກ​ດ້ານ​ໜຶ່ງ, ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ທີ່​ຟຸ​ມ​ເຟືອຍອາ​ຫານ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ໂລກ. ຢູ່ຊຸບ​ເປີ​ມາ​ເກັດຫຼູຫຼ​າ​ຂອງ​ອາ​ເມ​ຣິ​ກາ, ​ອາ​ຫານ​ປະ​ເພດ​ປີ້ງ​ມີຫຼາຍ​ຊະ​ນິດ, ຖ້າ​ວ່າປີ້ງ​ສຸກ​ແລ້ວ ແລະ​ຂາຍ​ບໍ່​ອອກ​ປະ​ມານ​​ສອງ​ຊົ່ວ​ໂມງ​, ອາ​ຫານ​ເຫຼົ່າ​ນີ້​ຈະ​ຖືກ​ນຳ​ໄປ​ຖິ້ມ. ​ສະ​ນັ້ນ, ຢູ່​ຕາມ​ຖັງ​ຂີ້​ເຫຍື້ອ​ຂອງ​ຮ້ານຊຸບ​ເປີ​ມາ​ເກັດ​ເຫຼົ່າ​ນີ້ ຈະ​​ພົບ​ເຫັນ​ອາ​ຫານ​ຍັງ​ສົດ​ຢູ່​ຢ່າງຫຼວງຫຼາຍ. ຖ້​າ​ວ່າ​ຢູ່​ປະ​ເທດ​ຈີນ​ທີ່​ມີ​ປະ​ຊາ​ກອນ 1 ຕື້ 400 ລ້ານ​ຄົນ ​ຟຸມ​ເຟືອຍອາ​ຫານ​ຄື​ກັບ​ຢູ່​ອາ​ເມ​ຣິ​ກາ, ຈະ​ມີ​ຊາ​ວ​ຈີນ​​ເປັນຈຳ​ນວນຫຼວງ​ຫຼາຍ​ຈະ​ກິນ​ບໍ່​ອີ່ມ, ​ການ​ຮັບ​ປະ​ກັນຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂອງ​ປະ​ເທດ​ຈະ​ບໍ່​ສາ​ມາດ​​ເຮັດ​ໄດ້ ແລະ​ຍິ່ງ​ໄປ​ກວ່າ​ນັ້ນ ຈະ​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຂ​ອງ​ທົ່ວ​ໂລກ.

ເປັນເວ​ລາ​ດົນ​ນານ​ມາ​ແລ້ວ, ຍ້ອນ​ຈີນ ແລະ​ອາ​ເມ​ຣິ​ກາ​ມີ​ຄວາມ​ແຕກ​ຕ່າງ​ກັນ, ການ​ຄົງ​ຕົວ​ຢູ່ ແລະ​ການ​ຫາຍ​ໃຈ​ຂອງ​ຈີນ ​ໄດ້​ຖືກ​ອາ​ເມ​ຣິ​ກາ​ເຫັນ​ວ່າ​ເປັນ​ໄພ​ຂົ່​ມ​ຂູ່. ຍິ່ງ​ໄປ​ກວ່າ​ນັ້ນ, ສື່ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ໂຄ​ສະ​ນາ​ວ່າ: ຈີນ​ເປັນ​ປະ​ເທດ​ທີ່​ແປກ​ປະຫຼາດ ທີ່​ບໍ່​ສາ​ມາດ​ຕິດ​ຕໍ່​ພົວ​ພັນ​ກັບ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້. ກົງ​ກັນ​ຂ້າມ, ຈີນ​ໄດ້​ປະ​ຕິ​ບັດ​ຕາມແນວ​ຄິດ “​ເຄົາ​ລົບ​​ອະ​ລິ​ຍະ​ທຳ​ທີ່​ມີ​ຄວາມຫຼ​າກຫຼາຍຂອງ​ໂລກ” ​ມາ​ໂດຍ​ຕະຫຼອດ, ເນັ້ນ​ພັດ​ທະ​ນາ​​ຢ່າງ​ສັນ​ຕິ​ຮ່ວມ​ກັບ​ປະ​ເທດ​ຕ່າງໆ​ຂອງ​ໂລກ, ສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ ແລະ​ສະ​ຫງວ​ນ​ສິ່ງ​ທີ່​ຕ່າງ​ກັນ ​ຄື​ດັ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ 2022 ຜ່ານ​ທາງວິ​ດີ​ໂອວ່າ: ປະ​ເທດ​ຕ່າງໆ ແລະ​ອະ​ລິ​ຍະ​ທຳ​ຕ່າງໆ ຕ້ອ​ງ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​, ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ​ພັດ​ທະ​ນາ​ຮ່ວມ​ກັນ, ສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ ແລະ​ສະ​ຫງວ​ນ​ສິ່ງ​ທີ່​ຕ່າງ​ກັນ. ຫວັງ​ວ່າ​ຊາວ​ອາ​ເມ​ຣິ​ກາ​ຈະ​ຮຽນ​ຮູ້​ຄິດຫງຳ​ເພື່ອ​ຄົນ​ອື່ນ, ສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ ແລະ​ສະ​ຫງວ​ນ​ສິ່ງ​ທີ່​ຕ່າງ​ກັນ, ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ໃຫ້​ກັບ​ໂລກ.

ຄຳ​ເຫັນ

0