郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຍ້ອງ​ຍໍການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ໃນ​ໄລ​ຍະຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ສູງ

2022-02-17 17:58:29 cri

ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ເປັນ​ຂໍ​ກະ​ແຈ​ສຳ​ຄັນ​ໃນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ສຳ​ເລັດ​ຜົນ. ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນໄດ້​ຍ້ອງ​ຍໍວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ໃນ​ໄລ​ຍະຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ສູງ​ແລະເຫັນ​ວ່າ: ມາດ​ຕະ​ການປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໄດ້​ຖືກ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ16ກຸມ​ພານີ້,ທ່ານ​ມາກ ອາ​ດາມ​ສ ໂຄ​ສົກຄະ​ນະ​ກຳ​ມະ​ການໂອ​ລິມ​ປິກ​ສາ​ກົນ​ໄດ້​ກ່າວ​ວ່າ: ພວກ​ເຮົາ​ກຳ​ລັງ​ຈັດ​ງານ​ແຂ່ງ​ຂັນ​ລະ​ດັບສາ​ກົນ​ຫຼື​​ຈັດ​ກິດ​ຈະ​ກຳ ​​ຢ່າງ​ໜຶ່ງທີ່​ສັບ​ສົນ​ກວ່າ​ໝູ່ໃນ​ໂລກ​ຢ່າງ​ສຳ​ເລັດ​ຜົນທີ່​ສຸດ. ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ເປັນສິ່ງ​ທ້າ​ທາຍ​ໃນການຮັບ​ປະ​ກັນ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ສຳ​ເລັດ​ຜົນ,ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄ​ວາມ​ເຄົາ​ລົບ​ນັບ​ຖື​​ໝູ່​ເພື່ອນ​ແລະ​ໝູ່​ຮ່ວມ​ງານຂອງ​ຈີນ,ເຂົາ​ເຈົ້າ​ເຮັດ​ວຽກ​ເກັ່ງ​ແທ້ໆ.

ພ້ອມ​ກັນ​ນັ້ນ​ທ່ານຍັງ​ກ່າວເຕືອນ​ວ່າ: ພວກ​ເຮົາ​ຍັງ​ຢູ່​ໃນ​ໄລ​ຍະ​ຂອງ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ຢ່າງ​ຂະ​ໜາດ​ໃຫຍ່, ການ​ແຂ່​ງ​ຂັນ​ກິ​ລາ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ​ເທື່ອ,ພວກ​ເຮົາ​​ຍັງ​ບໍ່​ສາ​ມາດ​ທະ​ນົງ​ໃຈ​ໄດ້ເທື່ອ.

ນອກນີ້​ຂ່າວ​​ຍັງແຈ້ງວ່າ,ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ເຊື້ອ​ພະ​ຍາດໂຄວິດ-19​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ​ຍັງ​ຈະ​ສືບ​ຕໍ່​ປະ​ຕິ​ບັດຕໍ່​ໄປອີກ​ໃນ​ງານກິ​ລາ​ໂອ​ລິມ​ປິກຄົນ​ພິ​ການ​ລະ​ດູ​ໜາວ​ເຊັ່ນ​ກັນ. ງານກິ​ລາ​ໂອ​ລິມ​ປິກຄົນ​ພິ​ການ​ລະ​ດູ​ໜາວຈະ​ສືບ​ຕໍ່​​ນຳໃຊ້​ປຶ້ມ​ຄູ່​ມືສຳ​ລັບ​ປ້ອງ​ກັນແ​ລ​ະ​ຄວ​ບ​ຄຸມ​​ພະ​ຍ​າດໂຄວິດ-19ທີ່​ໃຊ້​ໃນ​ໄລ​ຍະຈັດງານກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ,ແຕ່​ຈະປັບ​ປຸງໃຫ້​ສອດ​ຄ່ອງ​ກັບ​ການ​ວາງ​ມາດ​ຕະ​ການ​ປ້ອງ​ກັນ​ສຳ​ລັບ​ກຸ່ມຄົນ​ພິ​ເສດ.

ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຍ້ອງ​ຍໍການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ໃນ​ໄລ​ຍະຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ສູງ_fororder_dong

 

ຄຳ​ເຫັນ

0