吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິ​ທີ​ປິດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຈະ​ຈັດຂຶ້ນແບບ​ລຽບ​ງ່າຍ​

2022-02-18 16:07:11 cri

ພິ​ທີ​ປິດ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຈະ​ຈັດຂຶ້ນແບບ​ລຽບ​ງ່າຍ​_fororder_微信图片_20220218160639

    ວັນ​ທີ 17 ກຸມ​ພາ​ນີ້, ​ຢູ່ສູນ​ສື່ມວນ​ຊົນຫຼັກ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ ແລະຄະ​ນະ​ກຳ​ມະ​ການ​ຈັດ​ງານ​​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ ແລະ​ຕ່າງ​ປະ​ເທດ.

    ທ່ານ​ນາງ ຢຽນ​ເຈ່ຍ​ຣົງ ໂຄ​ສົກ​ຄະ​ນະ​ກຳ​ມະ​ກາ​ນ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ໃກ້​ຈະ​ສິ້ນ​ສຸດ​ລົງແລ້ວ, ສຳ​ລັບ​ພິ​ທີ​ປິດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ທີ່ຫຼາຍ​ຄົນ​ມີ​ຄວາມ​ສົນ​ໃຈ. ພິ​ທີ​ປິດ​​ງານຈະ​ຈັດ​ຂຶ້ນແບບ​ລຽບ​ງ່າຍ​ຄື​ກັບ​ພິ​ທີ​ເປີດ, ໂດຍ​ຈະ​ຖື​ເອົາ​ພິ​ທີ ແລະ​​ວາ​ລະ​ທີ່​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກຳ​ນົດ​ໄວ້​ນັ້ນ​ເປັນຫຼັກ. ​ຜ່ານ​ຈາກ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້,  ປັກ​ກິ່ງ​ໄດ້​ກາຍ​ເປັນ​ຕົວ​ເມືອງ​ແຫ່ງ​ທຳ​ອິດ​ໃນ​ໂລກ​ທີ່​ໄດ້​​​ຈັດທັງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ໃນພິ​ທີ​ປິດ, ​ກໍ​ຈະ​ມີ​ການ​ສະ​ແດງ​ໂດຍ​ສະ​ເພາະສຳ​ລັບ​ເລື່ອງ​ນີ້.

ຄຳ​ເຫັນ

0