吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາ​ການ​ຄ້າ​ແລະ​ການ​ພັດທະນາຂອງອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ: ຍອດ​ມູນ​ຄ່າ​ການ​ຄ້າ​ທົ່ວ​​ໂລກ​ໃນ​ປີ 2021 ສ້າງ​ສະຖິຕິສູງ​ສຸດ

2022-02-18 10:48:54 CRI

ສະພາ​ການ​ຄ້າ​ແລະ​ການ​ພັດທະນາຂອງອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ: ຍອດ​ມູນ​ຄ່າ​ການ​ຄ້າ​ທົ່ວ​​ໂລກ​ໃນ​ປີ 2021 ສ້າງ​ສະຖິຕິສູງ​ສຸດ_fororder_全球贸易

 

ວັນ​ທີ 17 ກຸມພາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ສະພາ​ການ​ຄ້າ ​ແລະ ການ​ພັດທະນາຂອງອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຄ້າ​ທົ່ວ​ໂລກ ​ໂດຍ​ຊີ້​ໃຫ້ເຫັນ​ວ່າ: ການ​ຄ້າ​ທົ່ວ​ໂລກ​ໄດ້​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ, ​ແຕ່​ຄາດ​ວ່າ​ຈັງຫວະການ​ເຕີບ​ໂຕ​ຈະ​ຊ້າ​ລົງ​ໃນ​ໄຕ​ມາດ​ທີ 1 ຂອງ​ປີ​ນີ້.

 

ອີງ​ຕາມ​ຕົວ​ເລກ​ສະຖິຕິຂອງ​ສະພາ​ການ​ຄ້າ ​ແລະ ການ​ພັດທະນາ​ອົງການ​ສະຫະ​ປະຊາ​ຊາດໃຫ້ຮູ້ວ່າ, ການ​ຄ້າ​ທົ່ວ​ໂລກ​ໃນ​ປີ 2021 ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ ຄືບັນລຸປະມານ 2.850 ຕື້​ໂດ​ລາ, ​​ເພີ່ມ​ຂຶ້ນ 25% ​ເມື່ອ​ທຽບ​ກັບ​ປີ 2020 ​ແລະ ​ເພີ່​ມຂຶ້ນ 13% ​ເມື່ອ​ທຽບ​ກັບ​ປີ 2019. ​ໃນ​ໄຕ​ມາດ​ທີ 4 ຂອງ​ປີ​ກາຍ​ນີ້, ການ​ຄ້າ​ທົ່ວ​ໂລກ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ໃນນັ້ນ ການ​ຄ້າສິນຄ້າທີ່ຈັບຕ້ອງໄດ້​ຍັງ​ແຂງ​ແຮງ​, ການຄ້າການ​ບໍລິການກໍ່ສາມາດຟື້ນ​ຟູ​ຈົນຮອດ​ລະດັບ​ກ່ອນ​ເກີດ​ມີການ​ແຜ່​ລະບາດພະຍາດ​ໂຄ​ວິດ-19. ​ໃນ​ໄຕ​ມາດ​ທີ 4, ການ​ຄ້າ​ລະ​ຫວ່າງ​ປະ​ເທດ​ຂອງບັນດາປະເທດ​ພວມ​ພັດທະນາ​ດີກ​ວ່າ​ປະ​ເທດ​ທີ່​ພັດທະນາ​ແລ້ວ, ການຄ້າລະຫວ່າງປະເທດໃຕ້ໃຕ້ໄດ້ເພີ່ມຂຶ້ນສູງກວ່າລະດັບສະເລ່ຍຂອງທົ່ວໂລກ.

 

 

ຄຳ​ເຫັນ

0