吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ເປີດ​ເຜີຍ​ເອ​ກະ​ສານ​ຕອບ​ກັບອາ​ເມ​ຣິ​ກາ​ກ່ຽວ​ກັບ​ບັນ​ຫາ​ການ​ຮັບ​ປະ​ກັນ ຄວາມ​ໝັ້ນ​ຄົງ​

2022-02-18 16:08:55 cri

ຣັດ​ເຊຍ​ເປີດ​ເຜີຍ​ເອ​ກະ​ສານ​ຕອບ​ກັບອາ​ເມ​ຣິ​ກາ​ກ່ຽວ​ກັບ​ບັນ​ຫາ​ການ​ຮັບ​ປະ​ກັນ ຄວາມ​ໝັ້ນ​ຄົງ​_fororder_微信图片_20220218160643

    ຕອນ​ຄ່ຳ​ວັນ​ທີ 17 ກຸມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ເປີດ​ເຜີຍ​​ເອ​ກະ​ສານ​ຕອບ​ກັບອາ​ເມ​ຣິ​ກາ​​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ບັນ​ຫາ​ການ​ຮັບ​ປະ​ກັນ​​ຄວາ​ມ​ໝັ້ນ​ຄົງ.

    ເອ​ກະ​ສານ​ຕອບ​ກັບ​ໄດ້​ລະ​ບຸ​ວ່າ: ອາ​ເມ​ຣິ​ກາ​ບໍ່​​ໄດ້​ຕອບ​ສະ​ໜອງ​ຂໍ້​ຮຽກ​ຮ້ອງ​ຂອງ​ຣັດ​ເຊຍ​ຢ່າງສ້າງ​ສັນ​ກ່ຽວ​ກັບເນື້ອ​ໃນ​ພື້ນ​ຖານ​ຂອງ​ຮ່າງ​ສັນ​ຍາ​ວ່າ​ດ້ວຍ​ການ​ຮັບ​ປະ​ກັນ​​ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ຣັດ​ເຊຍ ​ກັບ​ອາ​ເມ​ຣິ​ກາ​ທີ່​ຣັດ​ເຊຍ​ຮ່າງ​​ຂຶ້ນ. ໃນ​ນັ້ນ, ລວມ​ທັງ​ການ​ປະ​ຕິ​ເສດ​ການ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ນາ​ໂຕ​ຕື່ມ​ອີກ, ການ​ປະ​ຕິ​ເສດ​​ກ່ຽວ​ກັບ​ການຮັບ​ເອົາ​​ປະ​ເທດອູ​ແກຼນ ແລະ​ຈໍ​ເຈຍ​ເຂົ້າ​ເປັນ​ປະ​ເທດ​ສະ​ມາ​ຊິກ​ນາ​ໂຕ, ການ​ປະ​ຕິ​ເສ​ດ​ການ​ສ້າງ​ຖານ​ທັບ​ຢູ່​ຜືນ​ແຜ່ນ​ດິນ​ປະ​ເທດ​ໃນ​ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ​ທີ່​ບໍ່​ແມ່ນປະ​ເທດ​ສະ​ມາ​ຊິກ​ນາ​ໂຕ, ການຫຼຸດ​ກຳ​ລັງ​ການ​ທະ​ຫານ​ນາ​ໂຕ ລ​ວ​ມ​ທັງ​​ການຫຼຸ​ດຄວາມ​ສາ​ມາດ​ໃນ​ການ​ສູ້​ຮົບ ແລະ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ທະ​ຫານ ​ໃຫ້​ໜ້ອຍ​ລົງ​ໃນ​ລະ​ດັບ​​ດຽວ​ກັບ​ກ່ອນ​ເຊັນ​ສັນ​ຍາ​ລະ​ຫວ່າງນາ​ໂຕ-ຣັດ​ເຊຍ​ໃນ​ປີ 1997. ມາດ​ຕາ​ເຫຼົ່າ​ນີ້​ມີ​ຄວາມ​ສຳ​ຄັນຫຼາຍ​ຕໍ່​ຣັດ​ເຊຍ.

    ເອ​ກະ​ສານ​ຕອບ​ກັບ​ຍັງ​ໄດ້​ລະ​ບຸ​ວ່າ: ຖ້າ​ວ່າ​ອາ​ເມ​ຣິ​ກາ​ບໍ່​ຍອ​ມ​ປຶ​ກ​ສາ​ຫາ​ລື​ກັບ​ຣັດ​ເຊຍ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທີ່​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທາງ​ກົດ​ໝາຍ​ແລ້ວ, ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ອາ​ເມ​ຣິ​ກາ ແລະ​ປະ​ເທດ​ພັນ​ທະ​ມິດ​ຂອງ​ອາ​ເມ​ຣິ​ກາ, ຣັດ​ເຊຍ​ກໍ​ຈຳ​ເປັນ​ຕ້ອງ​ມີ​ການ​ເຄື່ອ​ນ​ໄຫວ, ລວມ​ທັງ​ນຳ​ໃຊ້​ມາດ​ຕະ​ການ​ດ້ານ​ເຕັກ​ນິກ​​ທາງການ​ທະ​ຫານ.

ຄຳ​ເຫັນ

0