郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງສົ່ງ​​ສານ​ອວຍ​ພອນໄປ​ຍັງ​ບັນ​ດາພັກ​ການ​ເມືອງ​ຈີນ-ສີ​ລັງ​ກາ​​ທີ່​ຈັດ​ພິ​ທີ​ສະ​ຫຼອງວັນສ້າງຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ສີ​ລັງ​ກາ​ຄົບ​ຮອບ65ປີ ແລະ​ວັນ​ລົງ​ນາມ​ໃນ“ສັນ​ຍາ​ຢາງ​ພາ​ລາ-​ເຂົ້າ”​ຄົບ​ຮອບ70ປີ

2022-02-18 16:24:49 cri

ວັນ​ທີ17ກຸມ​ພານີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​​ທິການ​ໃຫ​ຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້ສົ່ງ​​ສານ​ອວຍ​ພອນໄປ​ຍັງ​ບັນ​ດາພັກ​ການ​ເມືອງ​ຈີນ-ສີ​ລັງ​ກາ​​ທີ່​ຈັດ​ພິ​ທີ​ສະ​ຫຼອງວັນສ້າງຕັ້ງ​​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ສີ​ລັງ​ກາ​​ຄົບ​ຮອບ65ປີ ແລະ​ວັນ​ລົງ​ນາມ​ໃນ“ສັນ​ຍາ​ຢາງ​ພາ​ລາ-​ເຂົ້າ”​ຄົບ​ຮອບ70ປີ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: 70ປີກ່ອນ,ຈີນ​ແລະ​ສີ​ລັງ​ກາ​ໄດ້​ຜ່ານ​ຜ່າຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ ໂດຍ​ໄດ້​ລົງ​ນາມ​ໃນ“ສັນ​ຍາ​ຢາງ​ພາ​ລາ-​ເຂົ້າ”​​ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ,ໄດ້​ເປີດ​ປະ​ຕູ​ແຫ່ງ​ການ​ໄປ​ມາ​ຫາ​ສູ່​ກັນ​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ. ຕັ້ງ​ແຕ່​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເປັນ​ເວ​ລາ65 ປີ​ເປັນ​ຕົ້ນ​ມາ,ສອງ​ປະ​ເທດ​ໄດ້​ເຄົາ​ລົບ​ກັນ​,ສະ​ມັກ​ຄີ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນແລະ​ກັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ໄດ້​ສະ​ໜັບ​ສະ​ໜູນ​ກັນ​ໃນ​ບັນ​ຫາ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ແກນ​ກາງ​ຂອງ​ກັນ​ແລະ​ກັນ,​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ສີ​ລັງ​ກາ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ທີ່​ດີ​ໃຫ້​ກັບ​ບັນ​ດາ​ປະ​ເທດ​ນ້ອຍ​ໃຫຍ່ໃນ​ການ​ຢູ່​​ຮ່ວມ​ກັນ​​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​​. ຫຼັງ​ຈາກ​ພະ​ຍາດ​ໂຄວິດ-19ແຜ່​ລະ​ບາດ​ແລ້ວ,ຈີນ​ແລະ​ສີ​ລັງ​ກາ​ໄດ້​ຮ່ວມ​ຈິດ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ກັນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ດັ່ງ​ກ່າວ,ເຮັດ​ໃຫ້​ມິດ​ຕະ​ພາບ​ອັນ​ເປັນມູນ​ເຊື້ອ​ລະ​ຫວ່າງສອງ​ປະ​ເທດຂະ​ຫຍາຍ​ຕົວ​ສູງ​ຂຶ້ນ​ສູ່ລະ​ດັບ​ໃໝ່.

ທ່ານ​ສີ​ຈິ້ນ​ຜິງສົ່ງ​​ສານ​ອວຍ​ພອນໄປ​ຍັງ​ບັນ​ດາພັກ​ການ​ເມືອງ​ຈີນ-ສີ​ລັງ​ກາ​​ທີ່​ຈັດ​ພິ​ທີ​ສະ​ຫຼອງວັນສ້າງຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ສີ​ລັງ​ກາ​ຄົບ​ຮອບ65ປີ ແລະ​ວັນ​ລົງ​ນາມ​ໃນ“ສັນ​ຍາ​ຢາງ​ພາ​ລາ-​ເຂົ້າ”​ຄົບ​ຮອບ70ປີ_fororder_1216536012

 

ຄຳ​ເຫັນ

0