秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນຫຍັງອາເມຣິກາຈຶ່ງປ່າວໂຄສະນາ “ໄພຂົ່ມຂູ່ຈາກຣັດເຊຍ” ແລະປຸກປັ່ນບັນຫາຣັດເຊຍ-ອູແກຣນ

2022-02-18 16:14:59 cri

ນັບ​ແຕ່ 6 ເດືອນ​ທ້າຍ​ປີ 2021 ເປັນ​ຕົ້​ນ​ມາ, ເຈົ້າ​ໜ້າ​ທີ່​ການ​ທູ​ດ ແລະ​ສື່ມວນ​ຊົນ​ຂອງ​ອາ​ເມ​ຣິ​ກາ ໄດ້​ເລີ່ມ​ສ້າງຂ່າວ​ປອມ​ທີ່​ວ່າ: ຣັດ​ເຊຍ​ຈັດ​ການ​ຊ້ອມ​ຮົບ​ຢູ່​ເຂດ​ຊາຍ​ແດນ ແມ່ນ​ເພື່ອ​​ກຽມ​ຮຸກ​ຮານ​ອູແກ​ຣນ​ຢ່າງ​ຂະ​ໜາດ​ໃຫຍ່, ຣັດ​ເຊຍ ແລະ​ອູ​ແກ​ຣນ “ມີ​ຄວາມ​ສ່ຽງ​​ສູງ​ທີ່​ຈະ​​ເກີດ​ສົງ​ຄາມ​”.

ວັນ​ທີ 4 ກຸມ​ພາ​ນີ້, ​ເວັບ​ໄຊ​ຂອງສຳ​ນັກ​ຂ່າວ​ສານບ​ລູມ​ເບີກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ສ້າງ​ຂ່າວ​ໜຶ່ງ​ທີ່​ໜ້າ​ຕົກ​ໃຈ ແລະ​ຕັ້ງ​ໃຫ້​ຂ່າວ​ນີ້​ຢູ່​ໃນ​ອັນ​ດັບ​ຕົ້ນ​ເປັນ​ເວ​ລາ​ຫຼາຍກວ່າ​ເຄິ່ງ​ຊົ່​ວ​ໂມງ ​ດ​ຊິ່ງ​ຂ່າວ​ນີ້​ມີ​ຫົວ​ຂໍ້​ວ່າ: “ຣັດ​ເຊຍ​ໄດ້​ຮຸກ​ຮານ​ອູ​ແກ​ຣນ​ແລ້ວ!”. ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຕ່າງໆ ເພື່ອ​ສ້າງ​ສະ​ຖາ​ນະ​ການ​ຄວາມເຄັ່ງ​ຕຶງ​ທີ່​ເຮັດ​ໃຫ້​ຄົນ​ທັງຫຼາຍ​ເຂົ້າ​ໃຈ​ຜິດ​ວ່າ​ຣັດ​ເຊຍ​​ມີ​ເຈດ​ຕະ​ນາຢາກຮຸກ​ຮານ​ອູ​ແກ​ຣນ​ຢ່າງ​ຂະ​ໜາດ​ໃຫຍ່ ​ເຊັ່ນ: ອາ​ເມ​ຣິ​ກາ​ໄດ້​ຂົນ​ສົ່ງ​ອ​າ​ວຸດ 1.200 ໂຕນ​ໄປໃຫ້ອູ​ແກ​ຣນ​ດ້ວຍ​ຂໍ້​ອ້າງ​ທີ່​ວ່າ​ຣັດ​ເຊຍ​ເປັນ​ໄພ​ຂົ່ມ​ຂູ່; ໄດ້​ແຈ້ງ​ເຕືອນ​​ໃຫ້ພົນ​ລະ​ເມືອງ​ອາ​ເມ​ຣິ​ກາ​ຖອນ​ອອກ​ຈາກ​ອູ​ແກ​ຣນ; ໄດ້​ສັ່ງ​ປິດ​ສະ​ຖານ​ທູດ​ອາ​ເມ​ຣິ​ກາ​ປະ​ຈຳ​ອູ​ແກ​ຣນ; ໄດ້​ສົ່ງ​ທະ​ຫານ​ອາ​ເມ​ຣິ​ກາ 3.000 ຄົນ​ໄປ​ປະ​ຈຳ​ຢູ່​ເຢຍ​ລະ​ມັນ, ໂປ​ໂລຍ ແລະ​ຣູ​ມາ​ນີ ດ້ວຍ​ຂໍ້​ອ້າງ​ທີ່​ວ່າ​ເພື່ອ​ຮັບ​ມື​ກັບ​​ສະ​ຖາ​ນະ​ການ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ຣັດ​ເຊຍ​ກັ​ບ​ອູ​ແກ​ຣນ.

ທີ່​ຈິງ​ແລ້ວ, ຣັດ​ເຊຍ ແລະ​ອູ​ແກ​ຣນ​ຕ່າງ​ກໍ​ເຫັນ​ແລ້ວ​ວ່າ: ​ບໍ່​ໄດ້​ເກີດ​ມີ​ການ​ປະ​ທະ​ກັນ​ທາງ​ການ​ທະ​ຫານ​ ແລະ​ບໍ່​ອາດ​ເປັນ​ໄປ​ໄດ້. ວັນ​ທີ 14 ກຸມ​ພາ​ນີ້, ທ່າ​ນ​ອາ​ເລ​ເຊ ດາ​ນີ​ໂລ​ຟ, ເລ​ຂາ​ຄະ​ນະ​ກຳ​ມະ​ການ​ຄວາມ​ໝັ້ນ​ຄົງ ແລະ​ປ້ອງ​ກັນ​ຊາດ​ອູ​ແກ​ຣນ​ກ່າວ​ວ່າ: ປັດ​ຈຸ​ບັນ, ຍັງ​ບ​ບໍ່​ທັນ​ມີ​ວີ​ແວວ​ວ່າ ຣັດ​ເຊຍ​ຈະ​ລົງ​ມື “​ຮຸກ​ຮານ​ຢ່າງ​ຂະ​ໜາດ​ໃຫຍ່​”ເທື່ອ ແລະ​ຣັດ​ເຊຍ​ເອງກໍ​ໄດ້​ກ່າວ​ເນັ້ນ​​ມາຫຼາຍ​ຄັ້ງ​ຢ່າງ​ຈະ​ແຈ້ງ​ແລ້ວວ່າ: ​ປະ​ເທດຕົນ​ບໍ່​ເຄີຍ​ຄິດ​ຈະ​ຮຸກ​ຮານ​ອູ​ແກ​ຣນ​ຈັກ​ເທື່ອ.

ທາດ​ແທ້​ຂອງວິ​ກິດ​ການ​ຣັດ​ເຊຍ-ອູ​ແກ​ຣນ​ໃນ​ຄັ້ງ​ ເປັນ​ລະ​ຄອນ​ຕະຫຼົກ​ທີ່​ອາ​ເມ​ຣິ​ກາ​ປັ້ນ​ແຕ່ງ​ຂຶ້ນ ໂດຍ​ມີ​ຈຸດ​ປະ​ສົງ​ຢາກ​ເພີ່ມ​ກຳ​ລັງ​ທາງ​ກ​ານ​ທະ​ຫານ​ຢູ່​ອູ​ແກ​ຣນຕື່ມ​ອີກ. ​ອາ​ເມ​ຣິ​ກາ​ໄດ້​ຍຸ​ແຍ່ ແລະກະ​ຕຸ້ນ​ຣັດ​ເຊຍ​ຢ່າງ​ຕໍ່​ເນື່ອງ ໂດຍຫວັງ​ຢາກ​ໃຫ້​ຣັດ​ເຊຍສ​ະ​ແດງ​ທ່າ​ທີ​ທີ່​ແຂງ​ກະ​ດ້າງກວ່າ​ນີ້ ເພາະ​ວ່າ​ເວ​ລ​າ​ຣັດ​ເຊຍ​ສະ​ແດງທ່າ​ທີ​ທີ່​ແຂງ​ກະ​ດ້າງກວ່າ​ນີ້, ປະ​ເທດ​ເອີ​ຣົບ​ກໍ​​ຈະ​ມີ​ເຫດ​ຜົນ​ເຂົ້າ​ຂ້າງ​ອາ​ເມ​ຣິ​ກາ ເພື່ອ​​ຈະ​ໄດ້​ການ​ປົກ​ປ້ອງ​ດ້ານ​ການ​ທະ​ຫານ​ຈາກ​ອາ​ເມ​ຣິ​ກາ. ຕາມ​ກົນ​ອຸ​ບາຍ​ຂອງ​ອາ​ເມ​ຣິ​ກາ​ແລ້ວ, ​ຫາກ​ສະ​ຖາ​ນະ​ການ​ລະ​ຫວ່າງ​ຣັດ​ເຊຍ-​ອູ​ແກ​ຣນ​ຍິ່ງ​ມີ​ຄວາມ​ເຄັ່ງ​ຕຶງຂຶ້ນ​ເທົ່າ​ໃດ, ຕົນ​ກໍ​ຍິ່ງ​​ຈະມີ​ຄວາມ​​ອາດສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດຶງ​ພວກເອີ​ຣົບ​ເຂົ້າ​ມາ​ກ່ຽວ​ຂ້ອງຫຼາຍ​ຂຶ້ນ​ເທົ່າ​ນັ້ນ. ພ້ອມ​ດຽວ​ກັນ​ນີ້, ອາ​ເມ​ຣິ​ກາ​ຍັງ​ສາ​ມາດ​ລົງ​ໂທດ​ຣັດ​ເຊຍ​ດ້ວຍ​ຂໍ້​ອ້າງ​ດັ່ງ​ກ່າວ ແລະ​ບັນ​ລຸ​ເປົ້າ​ໝາຍ​ໂຈມ​ຕີ​ຣັດ​ເຊຍ.

ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ​ດ້ວຍ​ຂໍ້​ກ່າວ​ຫາ​ທີ່​ຕົນ​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ເອ​ງນັ້ນ ​ກໍເພື່ອ​ເຮັດ​ໃຫ້​ການ​ກະ​ທຳ​ແບບ​ມະ​ຫາ​ອຳ​ນາດ​ຂອງ​ຕົນ​​ມີ​ຄວາມສົມ​ເຫດ​ສົມ​ຜົນ​ ​ເຊິ່ງ​ການ​ກະ​ທຳ​ແບບ​ນີ້​ຂອງ​ອາ​ເມ​ຣິ​ກາແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ໃນ​ຊຸມ​ປີ 90 ຂອງ​ສະ​ຕະ​ວັດ​ທີ່​ຜ່ານ​ມາ, ອາ​ເມ​ຣິ​ກາ​ໄດ້​ອອກ​ແຮງ​ແຕ້ມ​ແຕ່ງ​ເລື່ອງ “​ໄພ​ຂົ່ມ​ຂູ່​ຈາກ​ຈີນ”, ບິດ​ເບືອນ​​ຄວາມ​ຈິງ​ກ່ຽວ​ກັບປະ​ເທດ​ຈີນ​ຢ່າງ​​ປ່ວງ​ບ້າ, ພ້ອມ​ທັງ​ໄດ້​​ໂຄ​ສະ​ນາ​ຊວນ​ເຊື່ອ “​ໄພ​ຂົ່ມ​ຂູ່​ຈາກ​​ຍີ່​ປຸ່ນ​ດ້ານເສດ​ຖະ​ກິດ”,

“​ໄພ​ຂົ່ມ​ຂູ່​ຈາກອີ​ຣານ” ແລະ“ໄພ​ຂົ່ມ​ຂູ່​ຈາກ​ ສ​ປ​ປ ເກົາຫຼີ” ເພື່ອ​ກົດ​ໜ່ວງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ດັ່ງ​ກ່າວ. ​ອາ​ເມ​ຣິ​ກາປ່າວ​ໂຄ​ສະ​ນາ “​ໄພ​ຂົ່ມ​ຂູ່​ຈາກ​​ຣັດ​ເຊຍ”​ເປັນ​ການ​ໃຫຍ່​ເທື່ອ​ນີ້ ​ກໍເປັນ​​ການ​ນຳໃຊ້​ກົນ​ອຸ​ບາຍແບບ​ເກົ່າ​ອີກ​ແລ້ວ.

ປັດ​ຈຸ​ບັນ, ອາ​ເມ​ຣິ​ກາ​ຕຳ​ໜິ​ຣັດ​ເຊຍ​​ວ່າ​ມີແຜນ “​ຮຸກ​ຮານ​ອູ​ແກ​ຣນ” ແຕ່​ພັດ​ປະ​ຕິ​ເສດ​ການເປີດ​ເຜີຍ​ຂໍ້​ມູນ​​ທີ່​ຕົນ​ອ້າງ, ນີ້ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ຄຳ​ເວົ້າ​ຂອງ​ທ່ານ​ໄມ​ ພົມ​ເພວ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ທີ່​ເວົ້າ​ວ່າ: “ພວກ​ເຮົາ​ຂີ້​ຕົວະ, ພວກ​ເຮົາຫຼອກ​ລວງ ແລະ​ພວກ​ເຮົາ​​ໂຈ​ລະ​ກຳ”. ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ ໄດ້​ເຮັດ​ໃຫ້​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ອາ​ເມ​ຣິ​ກາ​ທີ່​ຍັງເຫຼືອ​ຢູ່​ບໍ່ຫຼາຍ​ນັ້ນ ເກືອບ​​ບໍ່​ເຫຼືອ​ອີກ​ເລີຍ.

ຄຳ​ເຫັນ

0