吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ໃຫ້ທັດສະນະຕໍ່ຄຳເວົ້າຂີ້ຕົວະວ່າຣັດ​ເຊຍຈະ “ຮຸກ​ຮານ” ອູ​ແກຼນ: ນີ້​ແມ່ນ “ລັດທິ​ກໍ່​ການ​ຮ້າຍ​ດ້ານ​ຂໍ້​ມູນ​ຂ່າວສານ”

2022-02-18 10:50:59 CRI

ຣັດ​ເຊຍ​ໃຫ້ທັດສະນະຕໍ່ຄຳເວົ້າຂີ້ຕົວະວ່າຣັດ​ເຊຍຈະ “ຮຸກ​ຮານ” ອູ​ແກຼນ: ນີ້​ແມ່ນ “ລັດທິ​ກໍ່​ການ​ຮ້າຍ​ດ້ານ​ຂໍ້​ມູນ​ຂ່າວສານ”_fororder_拉夫罗夫

 

ວັນທີ 17 ກຸມພາ​ນີ້, ຫຼັງ​ຈາກ​ພົບ​ປະ​ກັບ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຕາ​ລີ, ທ່ານ​ເຊີ​ເກ ລາ​ຟ​ໂລ​ຟ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຣັດ​ເຊຍໄດ້ໃຫ້ສຳພາດຂ່າວຕໍ່​ສື່​ມວນ​ຊົນ​ວ່າ, ສະຖານະ​ການຄວາມ​ເຄັ່ງ​ຕຶງຢູ່​ເຂດ​ອ້ອມ​ແອ້ມ​ອູ​ແກຼນຈະ​ຢຸດຕິລົງໄດ້​ຫຼື​ບໍ່ໃນ​ວັນ​ທີ 20 ກຸມພາ​ນີ້ ​ ບໍ່ໄດ້​ຂຶ້ນ​ກັບຣັດ​ເຊຍ, ​ເພາະວ່າ​ຣັດ​ເຊຍ​ບໍ່​ເຄີຍຄິດກໍ່​ສົງຄາມ ​ແລະ ບໍ່​ໄດ້​ເຮັດ​ໃນ​ປັດຈະ​ບັນ.

 

ທ່ານ​ລາ​ຟ​ໂລ​ຟກ່າວ​ວ່າ, ນີ້​ແມ່ນ “ລັດທິ​ກໍ່​ການ​ຮ້ານ​ດ້ານ​ຂໍ້​ມູນ​ຂ່າວສານ”, ຂ້າພະ​ເຈົ້າ​ເຫັນ​ວ່າ, ​ເຂົາ​ເຈົ້າ​ຈະ​ບໍ່​ຢຸດ​ຕິການນຳໃຊ້​ກົນອຸບາຍແບບນີ້. ພວກ​ເຮົາ​ຄວນ​ຊອກ​ໃຫ້ເຫັນ​ແຫຼ່ງຂໍ້​ມູນ. ຂໍ້​ມູນ​ເຫຼົ່າ​ນີ້​ມັນເກີດ​ຂຶ້ນ​ໃນ​ແຕ່​ລະ​ມື້, ບາງເທື່ອກໍ່ວ່າແມ່ນວັນ​ທີ 15 ຣັດເຊຍຈະບຸກ, ບາງເທື່ອກໍ່​ປ່ຽນ​ເປັນ​ວັນ​ທີ 16 ແລະປັດຈຸບັນພັດເວົ້າວ່າຈະແມ່ນວັນ​ທີ 20. ​ເຖິງ​ວ່າ​ຄົນ​ທັງຫຼາຍຈະ​ລືມ​ຄວາມເວົ້າຂີ້​ຕົວະ​ເຫຼົ່າ​ນີ້​​ໄວ​ທີ່​ສຸດກໍ່ຕາມ.

 

ທ່ານ​ລາ​ຟ​ໂລ​ຟກ່າວ​ວ່າ, ເລື່ອງທີ່​ເຮັດ​ໃຫ້​ປະ​ເທ​ດຕາ​ເວັນ​ຕົກ​​ເປັນ​ຫ່ວງ​ນັ້ນ​ແມ່ນເລື່ອງທີ່ຣັດ​ເຊຍ​ຈັດການຊ້ອມຮົບຢູ່ເຂດແດນຣັດ​ເຊຍ​ເອງ ຫຼື ຢູ່​ເບຣາລຸດຊີ ​ເຊິ່ງ​ເປັນ​ພັນທະ​ມິດຣັດເຊຍ, ​ບັັນດາປະເທດຕາເວັນຕົກກໍ່ເຄີຍຈັດການຊ້ອມຮົບຄືກັນ.

 

 

ຄຳ​ເຫັນ

0