刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ໃນການ​ແກ້​ໄຂ​ບັນ​ຫາ​ອູແກຼນ​ຜ່ານ​ທາງ​ການ​ເມືອງບໍ່​ຄວນ​ຖື​ການປ່ອຍ​ຂ່າວ​ລື​​ກ່ຽວ​ກັບ​ສົງ​ຄາມ​ເປັນເກມ​ການ​ພະ​ນັນ

2022-02-19 15:02:02 cri

ວັນ​ທີ 18 ກຸມ​ພາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ: ​ໃນການ​ແກ້​ໄຂ​ບັນ​ຫາ​ອູ​ແກຼນ​ຜ່ານ​ທາງ​ການ​ເມືອງ ບໍ່​ຄວນ​ຖື​ການ​ປ່ອຍ​ຂ່າວ​ລື​​ກ່ຽວ​ກັບ​ສົງ​ຄາມ​ເປັນເກມ​ການ​ພະ​ນັນ, ບໍ່​ຄວນ​ຂົ່ມ​ຂູ່​ດ້ວຍ​ການ​ລົງ​ໂທດ​ແລະ​ຄວາມ​ແຮງ​ກົດ​ດັນ, ຍິ່ງບໍ່​ຄວນ​ຖື​ການປຸກ​ປັ່ນ​ການ​ເປັນ​ປໍ​ລະ​ປັກ​ກັນ​ເປັນ​ວິ​ທີ​ທາງ.

ວັນ​ທີ 17 ກຸມ​ພາ​ນີ້, ທ່ານ ອັນ​ໂຕ​ນີ ບ​ລິນ​ເກນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ ສ​ປ​ຊ ວ່າ: ຂ່າວ​ລັບ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ຣັດ​ເຊຍ​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ສົງ​ຄາມ​ແລ້ວ, ມີ​ແຜນ​ການ​ຈະ​ໂຈມ​ຕີ​ອູ​ແກຼນ​ພາຍ​ໃນບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ. ທ່ານ​ຍັງ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ແບ່ງ​ປັນ​ຂ່າວ​ລັບ​ນີ້​ແມ່ນ​ເພື່ອ​ສະ​ກັດ​ກັ້ນ​ສົງ​ຄາມ ແຕ່ບໍ່​ແມ່ນ​ກໍ່​ສົງ​ຄາມ. ທ່ານ​ວ່າງ​ເວີນ​ປິ່ນ​ໄດ້​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງວ່າ: ອົງ​ການ​ຂ່າວ​ລັບ​ອາ​ເມ​ຣິ​ກາ​ມີ​ຄວາມ​ໜ້າ​ເຊື່ອ​ຖື​ຄື​ແນວ​ໃດ, ​ບັນ​ຫາ​ອີ​ຣັກ, ອູ​ແກຼນ​ແລະ​ອື່ນໆໄດ້​ກວດ​ສອບ​ແລ້ວ.

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ເນັ້ນ​ຕື່ມ​ອີກວ່າ: ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ຄວນ​ຢູ່​ບົນ​ພື້ນ​ຖານ​ສັນ​ຍາມິນ​ສ​ສະ​ບັບ​ໃໝ່, ຜ່ານ​ການ​ສົນ​ທະ​ນາ​ແລະ​ການ​ເຈ​ລະ​ຈາ​ ເພື່ອ​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ຝ່າຍ​ຕ່າງໆ​ ເຊິ່ງ​ລວມ​ທັງ​ຣັດ​ເຊຍ​ຢ່າງ​ເໝາະ​ສົມ, ຊຸກ​ຍູ້​ໃຫ້​ວິ​​ກິດ​ການ​ອູ​ແກຼນ​ແລະ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0