何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງສາ​ມາດ​ເຮັດ​ໄດ້​​ເຖິງ​ຂັ້ນທີ່ກະ​ທັດ​ຮັດ, ປອດ​ໄພ ແລະ ໜ້າ​ຊົມ

2022-02-19 14:08:18 CRI

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງສາ​ມາດ​ເຮັດ​ໄດ້​​ເຖິງ​ຂັ້ນທີ່ກະ​ທັດ​ຮັດ, ປອດ​ໄພ ແລະ ໜ້າ​ຊົມ_fororder_dongao

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃກ້​ຈະ​ສິ້ນ​ສຸດ​ລົງ​, ກ່ຽວ​ກັບ​ງານ​ມະ​ຫາ​ກຳ​ຄັ້ງ​ນີ້, ທ່ານ​ໂທ​ມາ​ສ ບັກ​ສ ປ​ະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ຍ້ອງ​ຍໍ​ດ້ວຍ​ຄຳ​ສັບ​ທີ່​ວ່າ ສຳ​ເລັດ​ຜົນທີ່​ສຸດ, ເພີ່ງ​ພໍ​ໃຈ​​ທີ່​ສຸດ, ແລະ​ປອດ​ໄພ​​ທີ່​ສຸດ. ນັກ​ກິ​ລາຫຼາຍ​ປະ​ເທດ​ກໍ​ຮູ້​ສຶກ​ມ່ວ​ນ​ຊື່ນຫຼາຍ, ເມື່ອ​ຫາ​ກໍ່​ລາ​ໄປ ກໍ​ໄດ້​ເລີ່ມ​ຄິດ​ຮອດ​ຄິດ​ເຖິງ​ເລີຍ.

ຈາກ​ການ “ໃຫ້​ໂອ​ກາດ​ເທື່ອ​ໜຶ່ງ​ໃຫ້​ປະ​ເທດ​ຈີນ, ຕອບ​ແທນ​ສິ່ງ​ມະ​ຫັດ​ສະ​ຈັນ​ໃຫ້​ແກ່​ໂລກ” ໃນ​ເວ​ລາ​ຮ້ອງ​ຂໍ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ ຮອດ “ຫິ​ມະ ແລະ ນ້ຳ​ກ້ອນ​ທີ່​ສະ​ອາດ​ບໍ​ລິ​ສຸດ, ການ​ນັດ​ພົບ​ທີ່​ຕື່ນ​ເຕັ້ນ”ໃນ​ເວ​ລາ​ຮ້ອງ​ຂໍ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ, ເຖິງ​ວ່າ​ຄຳ​ຂ​ວັນ​ໄດ້​ມີ​ການ​ປ່ຽນ​ແປງ, ແຕ່​ ຄວາມ​ເດັດ​ດ່ຽວ​ໃນ​ກາ​ນປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ໜ້າ​ຊົມ​ທີ່​ສະ​ແດງ​ໃຫ້​ກັບ​ຊາວ​ໂລກ​ນັ້ນ​ບໍ່​ໄດ້​ປ່ຽນ​ແປງ. ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022 ໄດ້​ທຳ​ລາຍ​ສະ​ຖິ​ຕິຫຼາຍ​​ດ້ານ, ເຊິ່ງ​ລວມ​ທັງ​ສະ​ຕິ​ຖິ​ດ້ານ​ການ​ແຂ່ງ​ຂັນ​ໃນ​ສະ​ໜາມ​ກິ​ລາ, ທັງ​ມີ​ສະ​ຖິ​ຕິ​ຂອງ​ຈຳ​ນວນ​ຜູ້​ຊົມ​ທີ່​ເບິ່ງ​ຊົມ ແລະ ເຂົ້າ​ຮ່ວມ​ຢູ່ນອກ​ສະ​ໜາມ​ກິ​ລາ. ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຜູ້​ຊົມ​ທີ່​ເບິ່ງ​ຊົມ​ການ​ແຂ່ງ​ຂັນ​ໂດຍ​ຜ່ານ​ສື່​ຖ່າຍ​ທອດ​ສົດ​ມີ​ຈຳ​ນວນຫຼວງຫຼາຍ, ຜູ້​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ດ້ວຍ​ຮູບ​ການຕ່າງໆ​ມີ​ເຖິງ 2ຕື້ 700ລ້ານ​ເທື່ອ​ຄົນ. ໃນ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19, ການ​ຄຸ້ມ​ຄອງ​ແບບ​ວົງ​ປິດ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້​ກໍ​ຖື​ວ່າ​ໄດ້​ຮັບ​ຜົນ​ສຳ​ເລັ​ດ​ເປັນຢ່າງ​ຍິ່ງ, ສາ​ມາດ​ເວົ້າ​ໄດ້​ວ່າ ເປັນ​ບ່ອນ​ໜຶ່ງ​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ກໍ​ວ່າ​ໄດ້.

ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ສະ​ແດງ​ໃຫ້​ທົ່ວ​ໂລກ​ເຫັນ​ຈິດ​ໃຈ​ທີ່ວ່າ, ຂໍ​​ພຽງແຕ່​ຄົນ​ທັງຫຼາຍ​ສາ​ມັກ​ຄີ​ກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ກໍ​ສາ​ມາດ​ຈັດ​ງານ​ ​ກຳ​ກິ​ລາ​ທີ່​ໃຫຍ່​ໂຕ​ມະ​ໂຫລານ​ໄດ້​ຢ່າງ​ສຳ​ເລັດ​ຜົນ. ​ຜົນ​ສຳ​ເລັດ​ໃນ​ການ​ຈັດງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ, ໄດ້​ນຳ​ເອົາ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ຫວັງຫຼາຍກວ່າ​ເກົ່າ​ໃຫ້​ແກ່​ໂລກ​ຢູ່​ພາຍ​ໃຕ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ສິ່ງ​ທີ່​ສົ່ງ​ຕໍ່​ກັນ​ຕາມ​ມື ແລະ ຈິດ​ໃຈ​ນັ້ນ​ບໍ່​ແມ່ນ​ມີ​ແຕ່​ທວນ​ໄຟ​ໂອ​ລິມ​ປິກ​ເທົ່າ​ນັ້ນ, ແຕ່ ຍັງ​ມີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ຄົນ​ກັບ​ຄົນ. ພວກ​ເຮົາ​ໄດ້​ຕົບ​ມື​ຊົມ​ເຊີຍ​ໃຫ້​ກັບ​ຜູ້​ໄດ້​ຮັບ​ໄຊ​ຊະ​ນະ, ທັງ​ໃຫ້​ກຳ​ລັງ​ແຮງ​ໃຈ​ແກ່​ຜູ້​ບໍ່​ໄດ້​ຮັບ​ໄຊ​ຊະ​ນະ​ເຊັ່ນ​ກັນ. ການ​ຈັດງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ທີ່​ກະ​ທັດ​ຮັດ ປອດ​ໄພ ແລະ ໜ້າ​ຊົມ, ບໍ່​ແມ່ນ​ເລື່ອງ​ງ່າຍ​ສຳ​ລັບ​ປະ​ເທດ​ຈີນ, ແຕ່​ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​​ແລ້ວ, ເຊິ່ງ​ຢູ່​ເບື້ອງຫຼັງ​ນັ້ນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ພະ​ຍາ​ຍາມ ຄວາມ​ສາ​ມາດ ແລະ ຄວາມ​ເດັດ​ດ່ຽວ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຄົນ​ນັບ​ບໍ່​ຖ້ວນ.

ວັນ​ທີ 20 ກຸມ​ພາ​ນີ້, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ສິ້ນ​ສຸດ​ລົງ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ນຳ​ເອົາ​ຄວາມ​ປະ​ທັບ​ໃຈ ຄວາມ​ອົບ​ອຸ່ນ ແລະ​ມິດ​ຕະ​ພາບ​ທີ່​ໄດ້​ມາ​ຈາກ​ງານ​ຄັ້ງ​ນີ້, ຮ່ວມ​ກັນ​ກ້າວ​ໄປ​ສູ່​ອະ​ນາ​ຄົດ ທີ່ “ໄວ​ກວ່າ​ເກົ່າ ສູງກວ່າ​ເກົ່າ ເຂັ້ມ​ແຂງກວ່າ​ເກົ່າ ແລະ​ມີ​ຄວາມ​ສາ​ມັກ​ຄີຫຼາຍກວ່າ​ເກົ່າ”.

ຄຳ​ເຫັນ

0