ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 18 ກຸມພານີ້, ພາຍຫຼັງພົບປະກັບທ່ານ ອາເລັກຊັນເດີ ລູຄາເຊັນໂກ ປະທານາທິບໍດີເບລາຣຸດຊີ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ກ່າວຕໍ່ສື່ມວນຊົນວ່າ, ການປະຕິບັດຕາມສັນຍາມິນສ໌ ແມ່ນສິ່ງຮັບປະກັນສັນຕິພາບຂອງອູແກຣນ.
ທ່ານ ປູຕິນ ກ່າວວ່າ: ສະພາບການຢູ່ເຂດພາກຕາເວັນອອກຂອງອູແກຣນ ໄດ້ມີຄວາມເຄັ່ງຕຶງຂຶ້ນອີກ, ລັດຖະບານອູແກຣນ ຄວນເຈລະຈາກັບກຸ່ມປະກອບອາວຸດທ້ອງຖິ່ນຢູ່ພາກຕາເວັນອອກອູແກຣນ ແລະ ແຮ່ງໄວແຮ່ງດີ. ທ່ານ ປູຕິນເຫັນວ່າ, ອູແກຣນບໍ່ໄດ້ປະຕິບັດຕາມມາດຕາທັງໝົດຂອງສັນຍາມິນສ໌, ໃນດ້ານທາດແທ້ແລ້ວ, ອູແກຣນກຳລັງທຳລາຍສັນຍາດັ່ງກ່າວ.
ກ່ອນໜ້ານີ້, ມີສື່ມວນຊົນລາຍງານວ່າ, ທ່ານ ວາລະດີເມຍ ເຊເລັນສະກີ ປະທານາທິບໍດີອູແກຣນ ໄດ້ກ່າວຫຼາຍເທື່ອວ່າ ຢາກເຈລະຈາກັບທ່ານ ປູຕິນ, ແຕ່ພັດຖືກວັງແກຣມແລງປະຕິເສດ. ທ່ານ ດີມິຕຣີ ເປັສໂຄຟ ໂຄສົກຂອງປະທານາທິບໍດີຣັດເຊຍກ່າວວ່າ, ໄດ້ຮັບຂໍ້ສະເໜີປະເພດນີ້ຂອງອູແກຣນແທ້, ແຕ່ຣັດເຊຍເຫັນວ່າ, ຖ້າຢາກແກ້ໄຂບັນຫາອູແກຣນ, ລັດຖະບານອູແກຣນຄວນເຈລະຈາກັບກຸ່ມປະກອບອາວຸດທ້ອງຖິ່ນຕາເວັນອອກກ່ອນ, ຫາກບໍ່ແມ່ນຣັດເຊຍ.
ຄຳເຫັນ
0