刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ຫວັງ​ວ່າ ການ​ເຈ​ລະ​ຈາ​ກ່ຽວ​ກັບນິວ​ເຄຼຍ​ອີ​ຣານ​ຈະ​ບັນ​ລຸ​ສັນ​ຍາ​ທີ່​ດີ​ໃນ​ອີກບໍ່​ດົນ​ຂ້າງ​ໜ້າ

2022-02-19 15:01:02 cri

ວັນ​ທີ 18 ກຸມ​ພາ​ນີ້, ທ່ານ​ໂຮ​ເຊ​ອິນ ອາ​ເ​ມີ ອັບ​ໂດ​ລາ​ຮິ​ອັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ: ຫວັງ​ວ່າ​ການ​ເຈ​ລະ​ຈາ​ກ່ຽວ​ກັບສັນ​ຍາ​ຮອບ​ດ້ານ​​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ລະ​ຫວ່າງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈະ​ບັນ​ລຸ​ສັນ​ຍາ​ທີ່​ດີ​ໃນ​ອີກບໍ່​ດົນ​ຂ້າງ​ໜ້າ.

ສະ​ຖາ​ນີ​ໂທ​ລິ​ພາບ​ຂ່​າວ​ອີ​ຣານ​ລາຍ​ງານ​ວ່າ: ທ່ານ​ອັບ​​ໂດ​ລາ​ຣິ​ອັນ​ໄດ້​ເດີນ​ທາງ​ໄປ​ຮອດ​ເຢຍ​ລະ​ມັນ​ໃນ​ວັນ​ທີ 18 ກຸມ​ພາ​ນີ້​ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມູ​ນິ​ສ​ ຄັ້ງ​ທີ 58. ທ່ານ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ: ອີ​ຣານ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ທີ່​ຕັ້ງ​ໜ້າ​ໃນ​ການ​ເຈ​ລະ​ຈາ, ຝ່າຍ​ຕ່າງໆ​ມີ​ຄວາມ​ເຫັນຄ້າຍ​ກັນຫຼາຍ​ທີ່​ຈະ​ບັນ​ລຸ​ສັນ​ຍາ​ທີ່​ດີ. ແຕ່​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລາ​ຈາ​ນັ້ນ ຕ້ອງ​ມີ​ຄວາມ​ເປັນ​ເຈົ້າ​ການ ແລະ​ມີ​ຄວາມ​ຄ່ອງ​ແຄ້ວ​ທີ່​ແທ້​ຈິງ, ການ​ເຈ​ລະ​ຈາ​ຈຶ່ງ​ສາ​ມາດ​ຮັບຜົນ​ໄດ້​ໃນຫຼາຍ​ມື້ຫຼືຫຼາຍ​ອາ​ທິດ​ຂ້າງ​ໜ້າ.

ທ່ານ​ອັບ​ໂດ​ລາ​ຣິ​ອັນ​ກ່າວ​ຕື່ມ​ວ່າ: ການ​ເຈ​ລະ​ຈາ​ຍັງ​ມີ​ບັນ​ຫາ​ທີ່​​ບໍ່​ທັນ​ໄດ້​ແກ້​ໄຂເທື່ອ, ຄະ​ນະ​ຜູ້​ແທນອີ​ຣານ​ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຢ່າງ​ຕັ້ງ​ໜ້າ ເພື່ອ​ບັນ​ລຸ​ສັນ​ຍາ​ທີ່​ດີ.

ຄຳ​ເຫັນ

0