何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະ​ບວນຂົນ​ສົ່ງ​ປະ​ສົມ​ທາງ​ທະ​ເລ-ທາງ​ລົດ​ໄຟ“ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້-ນະ​ຄອນ​ຊິ່ນ​ໂຈ່-ນະ​ຄອນ​ຊີ່​ອ່ານ​ຈີນ”​ຂະ​ບວນ​ທຳ​ອິດເປີດ​ບໍ​ລິ​ການ

2022-02-19 16:07:00 CRI

ຂະ​ບວນຂົນ​ສົ່ງ​ປະ​ສົມ​ທາງ​ທະ​ເລ-ທາງ​ລົດ​ໄຟ“ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້-ນະ​ຄອນ​ຊິ່ນ​ໂຈ່-ນະ​ຄອນ​ຊີ່​ອ່ານ​ຈີນ”​ຂະ​ບວນ​ທຳ​ອິດເປີດ​ບໍ​ລິ​ການ_fororder_微信图片_20220219153831

 

    ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຂະ​ບວນຂົນ​ສົ່ງ​ປະ​ສົມ​ທາງ​ທະ​ເລ-ທາງ​ລົດ​ໄຟ​ທີ່​ບັນ​ທຸກ 20 ​ຕູ້​ຄອນ​ເທັນ​ເນີທີ່​ເຕັມ​ໄປ​ດ້ວຍ​ແປ້ງ​ມັນຕົ້ນ​ໄດ້​ເດີນ​ທາງ​ອອກ​ຈາກ​ສະ​ຖາ​ນີ​ສູນ​ຕູ້​ຄອນ​ເທັນ​ເນີ​ທາງ​ລົດ​ໄຟ​ນະ​ຄອນ​ຊິ່ນ​ໂຈ່​ເຂດ​ປົກ​ຄອງ​ຕົ​ນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ, ເຊິ່ງ​ເປັນ​ຂີດ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ, ຂະ​ບວນ​​ຂົນ​ສົ່ງ​ປະ​ສົມ​ທາງ​ທະ​ເລ-ທາງ​ລົດ​ໄຟ“ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້-ນະ​ຄອນ​ຊິ່ນ​ໂຈ່-ນະ​ຄອນ​ຊີ່​ອ່ານ​ຈີນ”​ຂະ​ບວນ​ທຳ​ອິດ​ໄດ້​ເປີດ​ບໍ​ລິ​ການ​ຢ່​າງ​ສຳ​ເລັດ​ຜົນ. ການ​ເປີດ​ຂະ​ບວນ​​ຂົນ​ສົ່ງ​​ຄັ້ງ​ນີ້, ເປັນ​ການ​ເປີດ​ເສັ້ນ​ທາງ​ການ​ຄ້າ​ສາຍ​ໃໝ່​ທີ່​ສະ​ດວກ ແລະ​ວ່ອງ​ໄວ​ໃຫ້​ກັບ​ທາງ​ຜ່ານ​ໃໝ່​ລະ​ຫວ່າງ​ທາງ​ບົກ ແລະ ທາງ​ທະ​ເລ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ກໍ​ສາ​ມາດ​ຮັດ​ແໜ້ນ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ທ່າ​ກຳ​ປັ່ນ​ສຳ​ຄັນ​ຂອງ​ປະ​ເທດ​ອາ​ຊຽນ​ກັບ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

ຂະ​ບວນຂົນ​ສົ່ງ​ປະ​ສົມ​ທາງ​ທະ​ເລ-ທາງ​ລົດ​ໄຟ“ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້-ນະ​ຄອນ​ຊິ່ນ​ໂຈ່-ນະ​ຄອນ​ຊີ່​ອ່ານ​ຈີນ”​ຂະ​ບວນ​ທຳ​ອິດເປີດ​ບໍ​ລິ​ການ_fororder_微信图片_20220219153837

 

ຄຳ​ເຫັນ

0