李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ບັນ​ດາ​ຝ່າຍ ເພື່ອ​ຊຸກ​ຍູ້​ພາ​ລະ​ກິດ​ໂອ​ລິ​ມ​ປິກ​ໃຫ້​ກ້າວ​ໄປ​ໜ້າ

2022-02-19 16:02:51 cri

ໃນ​ກອງ​ປ​ະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກຸມ​ພານີ້, ທ່ານ ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ປະ​ກອບ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ຝ່າຍ​ຕ່າງໆ​ທີ່​ຍ້ອງ​ຍໍ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ໂດຍ​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ຮ່ວມ​ກັບ​ບັນ​ດາ​ຝ່າຍ ແລະ ປະ​ກອບ​ສ່ວນ​ໃໝ່​ ເພື່ອ​ຮັບ​ປະ​ກັນ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ, ເພື່ອ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ສະ​ດວກ ແລະ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາຂອງ​ພາ​ລະ​ກິດ​ໂອ​ລິມ​ປິກ ແລະ ຄວາມ​ສາ​ມັກ​ຄີ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ.

ຫຼາຍມື້​ມານີ້, ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ, ຫົວ​ໜ້າ ແລະ ນັກ​ກິ​ລາ​ຂອງ​ຄະ​ນະ​ນັກ​ກິ​ລາຫຼາຍ​ປະ​ເທດ​ ໄດ້​ພາ​ກັນ​ຍ້ອງ​ຍໍ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໂດຍ​ກ່າວ​ວ່າ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ. ໃນ​ກອງ​ປ​ະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກຸມ​ພານີ້, ທ່ານ ໂທ​ມັ​ສ ບັກ​ສ໌ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ, ການ​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ ສາ​ມາດ​ເວົ້າ​ໄດ້​ວ່າ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ, ນັກ​ກິ​ລາ​ທັງຫຼາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ລະ​ດັບ​ການ​ແຂ່ງ​ຂັນ​ທີ່​ສູງຫຼາຍ ເຊິ່ງ​ເປັນ​ການ​ສະ​ແດງ​ຈິດ​ໃຈ​ໂອ​ລິມ​ປິກ​ຢ່າງ​ເຕັມ​ທີ່.

ກ່ຽວ​ກັບ​ເລື່ອງນີ້, ທ່ານ ວ່າງ​ເວີນ​ປິ່ນ ກ່າວ​ວ່າ:

“ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19 ທີ່​ຍັງ​ຄົງ​ແຜ່​ລະ​ບາດ​ຢູ່, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ ທັງ​ໄດ້​ຈັດ​ຂຶ້ນ​ຢ່າງ​ປະ​ສົບ​ຜົນ​ສຳ​ເລັດ, ເຊິ່ງ​ເຮັດ​ໃຫ້​ຄົນ​ຕື້ນ​ຕັນ​ໃຈ​ທີ່​ສຸດ. ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ນີ້ ແມ່ນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ພາຍຫຼັງ​ເພີ່ມ​ຕື່ມ​ຄຳ​ສັບ​ທີ່​ວ່າ “ສາ​ມັກ​ຄີກວ່າ​ເກົ່າ” ເຂົ້າ​ໃນ​ຄຳ​ຂວັນ​ໂອ​ລິມ​ປິກ, ນັກ​ກິ​ລາ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ແຂ່ງ​ຂັນ​ກັນ, ລື່ນ​ກາຍ​ຕົນ​ເອງ, ເຮັດ​ໃຫ້​ຄຳ​ຂວັນ​ໂອ​ລິມ​ປິກ​ທີ່​ວ່າ “ໄວ​ກວ່​າ​ເກົ່າ, ສູງກວ່າ​ເກົ່າ, ເຂັ້ມ​ແຂງກວ່າ​ເກົ່າ ແລະ ສາ​ມັກ​ຄີກວ່າ​ເກົ່າ” ມີ​ຄວາມ​ສະ​ຫງ່າ​ງາມ​ຍິ່ງ​ຂຶ້ນ.

ຄຳ​ເຫັນ

0