何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ເງິນ​ກຸ່ມG20 ປະ​ທານ​າ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຢຸດ​ຕິ​ການ​ແຂ່ງ​ຂັນ ເພື່ອ​ຮ່​ວມ​ມື​ກັນ

2022-02-19 14:24:02 CRI

 

ວັນ​ທີ 17 ຫາ​ວັນ​ທີ 18 ກຸມ​ພາ​ນີ້​, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງກຸ່ມG20 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ.

ທ່ານໂຈ​ໂກ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ທາງ​ອອນ​ລາຍ​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ​ເທື່ອ, ປັດ​ໄຈ​ທີ່​ບໍ່​ແນ່ນອນ​ຕ່າງໆ​ຍັງ​ຄົງ​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ກັບຫຼາຍ​ປະ​ເທດ, ເສດ​ຖະ​ກິດ​ໂລກ​ຍັງ​ຟື້ນ​ຄືນ​ຢ່າງ​ລຳ​ບາກ. ພາຍ​ໃຕ້​ສະ​ພາບ​ການ​ແນວ​ນີ້, ບັນ​ດາ​ປະ​ເທດ​ມີ​ການ​ຕິດ​ພັນ​ກັນ. ປັດ​ຈຸ​ບັນ​ນີ້​ບໍ່​ແມ່ນ​ເວ​ລາ​ທີ່​ແຂ່ງ​ຂັນ​ກັນ ແລະ ສ້າງ​ສະ​ພາບ​​ຄວາມ​ເຄັ່ງ​ຕຶງ​ທີ່​ກະ​ທົບ​ເຖິງ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ. ທ່ານ​ໂຈ​ໂກ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ຢຸດ​ຕິ​ການ​ແຂ່ງ​ຂັນ​ກັນ ແລະ ສ້າງ​ສະ​ຖາ​ນະ​ການ​​ຄວາມ​ເຄັ່ງ​ຕຶງ, ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19. ບັນ​ດາ​ປະ​ເທດ​ຕ້ອງ​ປະ​ສານ​ງານ ແລະ ຮ່ວມ​ມື​ກັນ, ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ທີ່​ບໍ່​ແນ່ນອນ​ຕ່າງໆ, ເຊັ່ນ: ໄພ​ເງິນ​ເຟີ້, ການ​ຂາດ​ແຄນ​ສະ​ບຽງ​ອາ​ຫານ, ຕ່ອງ​ໂສ້​ການ​ສະ​ໜອງ​ບໍ່​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ອື່ນໆ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ທ່ານ​ໂຈ​ໂກ​ກ່າວ​ຕື່ມ​ວ່າ, ຫວັງ​ວ່າ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ເງິນ​ກຸ່ມG20 ແລະ​ກອງ​ປະ​ຊຸມ ​ຜູ້​ວ່າ​ການ​ທະ​ນາ​ຄານ​ກາງ​ກຸ່ມG20ທີ່​ຈັດ​ຂຶ້ນ​ໃນ​ອາ​ທິດ​ນີ້​ຈະ​ສາ​ມາດ​ຮ່ວມ​ກັນ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້​ໄດ້.

ຄຳ​ເຫັນ

0