尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຫວາງ​ຢີ້ ກ່າວ​ວ່າ: ບັນ​ດາ​ຝ່າຍ​ຄວນ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສັນ​ຕິ​ພາບ ຫາກ​ບໍ່​ແມ່ນສ້າງຄວາມ​ຢ້ານ​ກົວແລະ​ປ່າວ​ຂ່າວ​ກ່ຽວ​ກັບ​ສົງ​ຄາມ

2022-02-20 15:08:12 cri

ທ່ານ ຫວາງ​ຢີ້ ກ່າວ​ວ່າ: ບັນ​ດາ​ຝ່າຍ​ຄວນ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສັນ​ຕິ​ພາບ ຫາກ​ບໍ່​ແມ່ນສ້າງຄວາມ​ຢ້ານ​ກົວແລະ​ປ່າວ​ຂ່າວ​ກ່ຽວ​ກັບ​ສົງ​ຄາມ_fororder_024f78f0f736afc3e18f3d95f3e602cdb5451243

      ຕອນ​ຄ່ຳ​ວັນ​ທີ 19 ກຸມ​ພາ​ນີ້, ​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ມູ​ນິກ​ຄັ້ງ​ທີ 58 ສະ​ເພາະ​ປະ​ເທດຈີນຜ່ານ​ທາງວິ​ດີ​ໂອຕາມ​ການ​ເຊື້ອ​ເຊີນ​ແລະ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ. ທ່ານ ຫວາງ​ຢີ້ ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ໂຄ​ສົກ​ກ່ຽວ​ກັບ​ທ່າ​ທີ​ແລະ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​​ກຸ່ມ​ນາ​ໂຕ​ຂະ​ຫຍາຍອາ​ນາ​ເຂດ​ໄປ​ສູ່​ທິດ​ຕາ​ເວັນ​ອອກ,ຄວາມ​ໝັ້ນ​ຄົງ​ຂອງ​ເອີ​ຣົບ​ແລະ​ສະ​ຖາ​ນະ​ການ​ອູ​ແກ​ຣນ.
 

      ທ່ານ ຫວາງຢີ້ ກ່າວ​ວ່າ: ສົງ​ຄາມ​ເຢັນ​ໄດ້​ສິ້ນ​ສຸດ​ລົງ​ແຕ່​ດົນ​ແລ້ວ, ໃນ​ຖາ​ນະ​ເປັນ​ຜົນ​ເກີດ​ຈາກ​ສົງ​ຄາມ​ເຢັນ​ໃນ​ຄາວ​ນັ້ນ,​ກຸ່ມ​ນາ​ໂຕຄວນ​ສຳ​ຫຼວດ​ພິ​ຈາ​ລະ​ນາ​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ,ທຳ​ການ​ປັບ​ປຸງທີ່​ຈຳ​ເປັນ. ໃນ​ຖາ​ນະ​ເປັນ​ປະ​ເທດ​ມົນ​ຕີຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,ຈີນ​ເຫັນ​ວ່າ,ໃນ​ບັນ​ຫາ​ອູ​ແກ​ຣນ,ຄວນ​ກັບ​ຄືນ​ສູ່​ສັນ​ຍາ​ມິນ​ສກ​ສະ​ບັບ​ໃໝ່ໂດຍ​ໄວ. ຍ້ອນ​ວ່າ​ສັນ​ຍາ​ດັ່ງ​ກ່າວ​ແມ່ນ​ສັນ​ຍາ​ທີ່​ມີ​ຜົນ​ສັກ​ສິດ​ທີ່​ໄດ້​ຜ່ານ​ການຮັບ​ຮອງ​ຈາກ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ,ແລະໄດ້​ຮັບ​ການ​ກວດ​ກາ​ແລະອະ​ນຸ​ມັດ​ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,ແມ່ນ​ທາງ​ເລືອກ​ພຽງ​ດຽວ​ໃນ​ການ​ແກ້​ໄຂ​ບັນ​ຫາ​ອູ​ແກ​ຣນ. ສິ່ງ​ທີ່​ບັນ​ດາ​ຝ່າຍ​ຄວນ​ເຮັດ​ໃນປັດ​ຈຸ​ບັນ​ແມ່ນ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ​ຢ່າງ​ແທ້​ຈິງ,ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສັນ​ຕິ​ພາບ,ຫາກ​ບໍ່​ແມ່ນ​ສ້າງ​ຄວາມ​ເຄັ່ງຮ້ອນ​ຂຶ້ນ​ຕື່ມ,​ແລະ​ສ້າງ​ຄວາມ​ຢ້ານ​ກົວ​ຈົນກວ່າ​ປ່າວ​ຂ່າວ​ກ່ຽວ​ກັບ​ສົງ​ຄາມ.
 

      ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ​ເອີ​ຣົບ, ບັນ​ດາ​ຝ່າຍ​ລ້ວນ​ແຕ່​ສາ​ມາດ​ສະ​ເໜີຄວາມ​ເອົາ​ໃຈ​ໃສ່​ຂອງ​ຕົນ​ໄດ້, ໃນ​ນັ້ນ, ຄວາມ​ເອົາ​ໃຈ​ໃສ່​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ຝ່າຍ​ຣັດ​ເຊຍ​ຄວນ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ແລະ​ໃຫ້​ຄວາມ​ສຳ​ຄັນ. ຈີນ​ຫວັງ​ໃຫ້ບັນ​ດາ​ຝ່າຍສາ​ມາດຊອກ​ພົບແຜນ​ການ​ແກ້​ໄຂ​ທີ່​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ເອີ​ຣົບ​ຢ່າງ​ແທ້​ຈິງ​ໂດຍ​ຜ່ານ​ການ​ສົນ​ທະ​ນາ​ແລະ​ການ​ເຈ​ລະ​ຈາ.

ຄຳ​ເຫັນ

0