尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ກ່າວ​ວ່າ: ການ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແມ່ນ​ຂໍ້​ກະ​ແຈ​ທີ່​ສຳ​ຄັນ​ໃນ​ການເຊັນ​​ສັນ​ຍາ​ໃນ​ການ​ເຈ​ລະ​ຈາກ່ຽວ​ກັບ​ບັນ​ຫາ​ນິວ​​ເຄ​ລຍ​ອີ​ຣານ

2022-02-20 15:27:14 cri

ອີ​ຣານ​ກ່າວ​ວ່າ: ການ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ແມ່ນ​ຂໍ້​ກະ​ແຈ​ທີ່​ສຳ​ຄັນ​ໃນ​ການເຊັນ​​ສັນ​ຍາ​ໃນ​ການ​ເຈ​ລະ​ຈາກ່ຽວ​ກັບ​ບັນ​ຫາ​ນິວ​​ເຄ​ລຍ​ອີ​ຣານ_fororder_a267-6fa8548ff20edeb76df535aada6ef0b1

      ວັນ​ທີ 19 ກຸມ​ພາ​ນີ້, ທ່ານ ​ອີບ​ຣາ​ຮິມ ໄ​ຣ​ຊີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ກ່າວ​ວ່າ: ຂໍ້​ກະ​ແຈ​ທີ່​ສຳ​ຄັນ​ໃນ​ການ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ລະ​ຫວ່າງ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ເຈ​ລະ​ຈາ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​ແມ່ນ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ອີ​ຣານ.
 

      ຕາມເວັບ​ໄຊ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໃຫ້​ຮູ້​ວ່າ: ​ໃນ​ມື້​ດັ່ງ​ກ່າວ, ທ່ານ ​ອີບ​ຣາ​ຮິມ ​ໄຣ​ຊີ ໄດ້​ກ່າວ​ໃນ​ເວ​ລາ​ສົນ​ທະ​ນາ​ກັບ​ທ່ານ ເອມ​ມາ​ນູ​ແອນ ມາ​ຄ​ຣົງປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ຜ່ານ​ທາງ​ໂທ​ລະ​ສັບ​ວ່າ: ຄະ​ນະ​ຜູ້​ແທນ​ອີ​ຣານ​ພວມ​ດຳ​ເນີນ​ການ​ເຈ​ລະ​ຈາ​ຢ່າງ​ຕັ້ງ​ໃຈຢູ່​ນະ​ຄອນ​ຫຼວງວຽນ​ປະ​ເທດ​ໂອ​ຕ​ຣີສ໌. ອີ​ຣານ​ໄດ້​ໃຫ້​ຂໍ້​ສະ​ເໜີ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ,ພ້ອມ​ທັງ​ໄດ້​ຄົ້ນ​ຄວ້າ​ຂໍ້​ສະ​ເໜີ​ຂອງ​ຝ່າຍ​ອື່ນໆ​ບົນ​ພື້ນ​ຖານ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ອີ​ຣານ.

ຄຳ​ເຫັນ

0