徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານໂທມັສ ບັກສສົ່ງຈົດໝາຍໄປຍັງ CMG ເພື່ອສະແດງຄວາມຊົມເຊີຍຕໍ່ການຖ່າຍທອດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຮັບຜົນສຳເລັດຢ່າງດີເດັ່ນ

2022-02-20 16:30:32 cri

图片默认标题_fororder_WechatIMG266

ຕາມຂ່າວCRI: ໃນຂະນະທີ່ງານກິລາໂອລິມປິກລະດູໜາວປັກກິ່ງໃກ້ຈະອັດລົງ, ວັນທີ 19 ກຸມພານີ້, ທ່ານໂທມັສ ບັກສ, ປະທານຄະນະກຳມະການໂອລິມປິກສາກົນໄດ້ສົ່ງຈົດໝາຍໄປຍັງທ່ານເສີ້ນໄຫຊົງ, ຜູ້ອຳນວຍການໃຫຍ່ຂອງ​ສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG , ເພື່ອສະແດງຄວາມຊົມເຊີຍອີກເທື່ອໜຶ່ງຕໍ່ຜົນສຳເລັດອັນດີເດັ່ນຂອງ CMG ທີ່ໄດ້ຮັບໃນການຖ່າຍທອດແລະການລາຍງານຂ່າວກ່ຽວກັບງານກິລາໂອລິມປິກລະດູໜາວປັກກິ່ງ . ທ່ານກ່າວເນັ້ນວ່າ, ຂໍ້ມູນການຮັບຊົມງານກິລາໂອລິມປິກລະດູໜາວຄັ້ງນີ້ເປັນຈຳນວນຫຼວງຫຼາຍໄດ້ສະແດງໃຫ້ເຫັນວ່າ, ປະຊາຊົນຈີນໄດ້ມີຄວາມນິຍົມຕໍ່ກິລາໂອລິມປິກລະດູໜາວເພີ່ມຂຶ້ນຢ່າງຫຼວງຫຼາຍ, ກິລາໄດ້ມີຖານະນັບມື້ນັບສຳຄັນໃນດວງໃຈຂອງປະຊາຊົນຈີນ.

 

ທ່ານໂທມັສ ບັກສຍັງຂຽນໃນຈົດໝາຍວ່າ, ການທີ່ມອບລາງວັນຄຣິໂວເຊຟໃຫ້ທ່ານ, ເພື່ອສະແດງຄວາມຍ້ອງຍໍຕໍ່ພວກທ່ານທີ່ໄດ້ປະກອບສ່ວນເຂົ້າໃນກິລາໂອລິມປິກ, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ. ຄະນະກຳມະການໂອລິມປິກສາກົນສະແດງຄວາມຂອບໃຈຫຼາຍນຳສະຖານີວິທະຍຸໂທລະພາບສູນກາງຈີນທີ່ໄດ້ໃຫ້ຄຳໝັ້ນສັນຍາໃນໄລຍະຍາວແລະໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອກິລາໂອລິມປິກ. ການຖ່າຍທອດແລະການລາຍງານຂ່າວກ່ຽວກັບງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ຂອງພວກທ່ານໄດ້ຊຸກຍູ້ໃຫ້ນ້ຳໃຈໂອລິມປິກໄດ້ຮັບການສົ່ງເສີມ.

ຄຳ​ເຫັນ

0