徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢູ່ພາກເໜືອໂຊມາລີເກີດເຫດການຫຼອນໂຈມຕີດ້ວຍການລະເບີດເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນແລະຜູ້ບາດເຈັບ 5 ຄົນ

2022-02-20 16:18:30 cri

ຢູ່ພາກເໜືອໂຊມາລີເກີດເຫດການຫຼອນໂຈມຕີດ້ວຍການລະເບີດເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນແລະຜູ້ບາດເຈັບ 5 ຄົນ_fororder_WechatIMG265

 

ຕາມຂ່າວCRI: ວັນທີ 19 ກຸມພານີ້, ອົງການຕຳຫຼວດໂຊມາລີກ່າວວ່າ, ຢູ່ເມືອງໂບຊາໂຊເຊິ່ງເປັນເມືອງທ່າທີ່ພາກເໜືອໂຊມາລີໄດ້ເກີດເຫດການຫຼອນໂຈມຕີດ້ວຍລະເບີດຄັ້ງໜຶ່ງ, ເຮັດໃຫ້ຢ່າງໜ້ອຍມີຜູ້ເສຍຊີວິດ 2 ຄົນ, ຜູ້ບາດເຈັບ 5 ຄົນ.

 

ສະຖານີວິທະຍຸໂມກາດີຊູໄດ້ນຳເອົາການລາຍງານຂອງຝ່າຍຕຳຫຼວດມາແຈ້ງຂ່າວວ່າ, ໃນເວລາ 18 ໂມງ 30 ນາທີຂອງວັນທີ 19 ກຸມພານີ້, ເຄື່ອງລະເບີດໜ່ວຍໜຶ່ງທີ່ເຮັດແບບງ່າຍໄດ້ລະເບີດຢູ່ຮ້ານອາຫານແຫ່ງໜຶ່ງທີ່ເມືອງໂບຊາໂຊ, ເຮັດໃຫ້ມີຜູ້ເສຍຊີວິດແລະຜູ້ບາດເຈັບຈຳນວນຫຼາຍ. ມາຮອດປັດຈຸບັນນີ້, ຍັງບໍ່ທັນມີອົງການຈັດຕັ້ງໃດໆປະກາດຮັບຜິດຊອບຕໍ່ເຫດການຫຼອນໂຈມຕີຄັ້ງນີ້.

ຄຳ​ເຫັນ

0