蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ກິ​ລາ​ສາວ 2 ຄົນ​ຮູ້​ຈັກ​ກັນ​ແລະ​ໄປ​ຝຶກ​ຊ້ອມ​ນຳ​ກັນ​ທົ່ວ​ໂລກ ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ນຳ​ກັນ

2022-02-21 16:23:39 CRI

ນັກ​ກິ​ລາ​ສາວ 2 ຄົນ​ຮູ້​ຈັກ​ກັນ​ແລະ​ໄປ​ຝຶກ​ຊ້ອມ​ນຳ​ກັນ​ທົ່ວ​ໂລກ ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ນຳ​ກັນ_fororder_adgfargeregerg

ວັນ​ທີ 9 ກຸມ​ພາ​ນີ້, ຢູ່​ສະ​ໜາມ​ແຂ່ງ​ຂັນ​ສະ​ກີ​ເທິງ​ພູ​, ນາງ​ຈິ່ນ​ເຫີ​ສ້ຽວ ນັກ​ກິ​ລາ​ຮົງ​ກົງ​ຈີນ​ໄດ້​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ແຂ່ງ​ຂັນ ທີ່​ສູງ​ກວ່າລະ​ດັບ​ໜ້າ​ນ້ຳ​ທະ​ເລ 2.000 ກວ່າ​ແມັດ​ຢູ່ສູນ​ສະ​ກີ​ເທິງ​ພູ​ສູງ​ແຫ່ງ​ຊາດ​ຈີນ ທີ່​ຕັ້ງ​ຢູ່​ເມືອງ​ແຢນ​ຊິງ​ນະ​ຄອນຫຼວງ​ປັກ​ກິ່ງ. ນາງ​ຊາ​ຣາ ເອ​ສ​ໂກ​ບາ ນັກ​ກິ​ລາ​ສະ​ກີ​ເທິງ​ພູ​​ເພດ​ຍິງ​ຈາກ​ປະ​ເທດ​ເອກວາ​ດໍ​ທີ່​ຢືນ​ຢູ່​ທາງ​ຂ້າງໄດ້​ໃຫ້​ກຳ​ລັງ​ໃຈ​​ນາງ​ຈິ່ນ​ເຫີ​ສ້ຽວ.

​ນັກ​ກິ​ລາ​ສະ​ກີສາວ​ 2 ຄົນ​ໄດ້​ຮູ້​ຈັກ​ກັນ​ຢູ່​ໂຮງ​ຮຽນ​ສະ​ກີ​ແຫ່ງ​ດຽວ​ກັນ ແລະ​ໄດ້ເຂົ້າ​ຮ່ວມ​ການ​ແຂ່​ງ​ຂັນ​ສະ​ກີ​ເທິງ​ພູ​​ໃນ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ຊາວ​ໜຸ່ມ​ລະ​ດູ​ໜາວ, ​ຜ່ານ​ມາ​ເຂົາ​ເຈົ້າ​ໄດ້ໄປ​ຝຶກ​ຊ້ອມ​ນຳ​ກັນ​ຢູ່​ແຫ່ງ​ຕ່າງໆ​​ທົ່ວ​ໂລກ, ໃນ​ທີ່​ສຸດ​ກໍ​ໄດ້​ມາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ນຳ​ກັນ​ຢູ່​ໃນ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ນາງ​ຈິ່ນ​ເຫີ​ສ້ຽວ​ກ່າວ​ວ່າ: “ນັກ​ກິ​ລາ​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ​​ທີ່ມາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໄດ້​ສະ​ແດງ​ສີ​ມື​ຂອງ​ຕົນ​ຈົນ​ສຸດ​ຄວາມ​ສາ​ມາດ, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ: ບັນ​ຍາ​ກາດ​ແບບ​ນີ້​ເປັນ​ບັນ​ຍາ​ກາດ​ພິ​ເສດ​ສຳ​ລັບໂອ​ລິມ​ປິກ.”

ນັກ​ກິ​ລາ​ສາວ 2 ຄົນ​ຮູ້​ຈັກ​ກັນ​ແລະ​ໄປ​ຝຶກ​ຊ້ອມ​ນຳ​ກັນ​ທົ່ວ​ໂລກ ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ນຳ​ກັນ_fororder_asdfasrgaerare

 

ນັກ​ກິ​ລາ​ສາວ 2 ຄົນ​ຮູ້​ຈັກ​ກັນ​ແລະ​ໄປ​ຝຶກ​ຊ້ອມ​ນຳ​ກັນ​ທົ່ວ​ໂລກ ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ນຳ​ກັນ_fororder_awerfaewraergerf

 

ນັກ​ກິ​ລາ​ສາວ 2 ຄົນ​ຮູ້​ຈັກ​ກັນ​ແລະ​ໄປ​ຝຶກ​ຊ້ອມ​ນຳ​ກັນ​ທົ່ວ​ໂລກ ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ນຳ​ກັນ_fororder_asdfargaerfaerrgear

 

 

 

ຄຳ​ເຫັນ

0