黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ນັກ​ກິ​ລາ​​ຈີນ​ສຳ​ລັບ​ງານ​ກິ​ລາໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ 2022 ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

2022-02-21 15:31:30 cri

ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 4 ​ຫາ​ວັນ​ທີ 13 ມີ​ນາ​ໜ້າ. ວັນ​ທີ 21 ກຸມ​ພາ​ນີ້, ຄະ​ນະ​ນັກ​ກິ​ລາ​ຈີນສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົ​ພິ​ການ​ລະ​ດູ​ໜາວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ນີ້​ແມ່ນ​ຄະ​ນະ​ຜູ້​ແທນ​ນັກ​ກິ​ລາ​ຄົນ​ພິ​ການ​ຈີນ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ເປັນ​ຄັ້ງ​ທີ 5.

ຄະ​ນະ​​ນັກ​ກິ​ລາ​ຈີນມີ​ຈຳ​ນວນ​​ທັງ​ໝົດ 217 ຄົນ, ໃນ​ນັ້ນ​ມີ​ນັກ​ກິ​ລາ 96 ຄົນ, ​ນັກ​ກິ​ລາ​ເພດ​ຊາຍ 68 ຄົນ​ແລະ​ນັກ​ກິ​ລາ​ເພດ​ຍິງ 28 ຄົນ, ນອກ​ນັ້ນຍັງ​ມີ​ຄູ​ຝຶກ, ​ຜູ້​ປະ​ສານ​ງານ, ຜູ້​ຊ່ວຍ​ການ​ແຂ່ງ​ຂັນ​ແລະແພດ​ກິ​ລາ 121 ຄົນ. ນີ້​ແມ່ນ​ຄະ​ນະ​ຜູ້​ແທນ​ນັກ​ກິ​ລາ​ຄົນ​ພິ​ການ​ລະ​ດູ​ໜາວ​ຂອງ​ຈີນ​ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແລະ​ມີ​ນັກ​ກິ​ລາ​ຫຼາຍ​ທີ່​ສຸດ​​ນັບ​ແຕ່​ປະ​ເທດ​ຈີນ​ເລີ່ມ​ເຂົ້າ​ຮ່ວ​ມ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ເປັນ​ຕົ້ນ​ມາ.

ເປົ້າ​ໝາຍ​ຂອງ​ຄະ​ນະ​ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກໍ​ຄື: ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ແລະ​ໃບ​ໜ້າ​ຂອງ​ຄົນ​ພິ​ການ​ຂອງ​ປະ​ເທດ​ຈີນທີ່​ບຸກ​ບືນ​ກ້າວ​ໜ້າ​ຢ່າງ​ບໍ່​ທໍ້​ຖອຍ​ໃນ​ຍຸກ​ໃໝ່, ​ແລະສະ​ແດງ​ໃຫ້​ເຫັນ​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ຂອງ​ປະ​ເທດ​ຈີນ, ​ພວກ​ເຂົາ​ເຈົ້າ​ຈະພະ​ຍາ​ຍາມ​ຍາດ​ໄດ້​ຫຼຽນ​ໃຫ້​ຫຼາຍ​ເພື່ອ​ສ້າງ​ກຽດ​ສັກ​ສີ​ໃຫ້​ແກ່​ປະ​ເທດ​ຊາດ.

ຄຳ​ເຫັນ

0