蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ເລີ່ມ​ຊ້ອມ​ຮົບ​ກຳ​ລັງ​​ທະ​ຫານທາງ​ຍຸດ​ທະ​ສາດ​ແບບ​ນາມ​ຂູ່

2022-02-21 15:09:18 CRI

ວັນ​ທີ 19 ກຸມ​ພາ​ນີ້, ທ່ານ​ດິ​ມີ​ຕ​ຣີ ເປ​ສ​ຄົ​ຟ ​ໂຄ​ສົກປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ, ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​​ເຂົ້າ​ຮ່ວມ​ຕິດ​ຕາມ​ເບິ່ງການ​ຊ້ອມ​ຮົບ​​ທາງ​ການ​ທະ​ຫານ​ທາງ​ຍຸດ​ທະ​ສາດ​ແບບ​ນາມ​ຂູ່, ໃນ​ໄລ​ຍະ​ການ​ຊ້ອມ​ຮົບ​ຍັງ​ໄດ້​ຍິງ​ຂີ​ປະ​ນາ​ວຸດ​ນຳ​ວິ​ຖີ. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ແຈ້ງ​ຂ່າວ​ວ່າ, ທະ​ຫານ​ແລະ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ຂອງກອງ​ທັບ​ອາ​ກາດ​ແລະ​ອະ​ວະ​ກາດ, ເຂດ​ທະ​ຫານ​ພາກ​ໃຕ້, ກອງ​ທັບ​ຂີ​ປະ​ນາ​ວຸດ​ຍຸດ​ທະ​ສາດ, ກອງ​ກຳ​ປັ່ນ​ຮົບ​ພາກ​ເໜືອ ແລະ ກອງ​ກຳ​ປັ່ນ​ຮົບ​ທະ​ເລ​ດຳໄດ້​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​​ໃນຄັ້ງ​ນີ້. ກົມ​ການ​ຂ່າວ​ວັງ​ແກ​ລມ​ແລັງ​​ໄດ້ແຈ້ງ​ຂ່າວ​ວ່າ, ກຳ​ປັ່ນ​ຮົບ​ແລະ​ກຳ​ປັ່ນ​ດຳ​ນ້ຳ​ຂອງກອງ​ກຳ​ປັ່ນ​​ຮົບພາກ​ເໜືອ​ ແລະ ກອງ​ກຳ​ປັ່ນ​ຮົບ​ທະ​ເລ​ດຳ​ ພ້ອມ​ທັງ​ກອງ​ທັບອາ​ກາດ​ແລະ​ອະ​ວະ​ກາດ ລ້ວນ​ແຕ່​ໄດ້​ຍິງ​ຂີ​ປະ​​ນາ​ວຸດ​ຄວາມ​ໄວ​ເໜືອສຽງຢ່າງ​ສຳ​ເລັດ​ຜົນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ແຈ້ງ​ຂ່າວ​ວ່າ, ການ​ຊ້ອມ​ຮົບ​ຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ກວດ​ກາ​ສະ​ພາບ​​ຄວາມ​ພ້ອມ​ຂອງ​ສູນ​ບັນ​ຊາ​ການ​ທະ​ຫານ, ທະ​ຫານ​ຂີ​ປະ​ນາ​ວຸດ ແລະ ທະ​ຫານ​ຮາບ, ທະ​ຫານ​ເຮືອ ແລະ ທະ​ຫານ​ອາ​ກາດຂີ​ປະ​ນາ​ວຸດ​ຍຸດ​ທະ​ສາດ ພ້ອມ​ທັງ​ຄວາມ​​ເຊື່ອ​ຖືໄດ້​ຂອງ​ກຳ​ລັງ​ນິວ​ເຄ​ຣຍ​ຍຸດ​ທະ​ສາດ ແລະ ກຳ​ລັງ​ອາ​ວຸດ​ປະ​ເພດທີ່​ບໍ່​ແມ່ນ​ນິວ​ເຄ​ຣຍ.

ຄຳ​ເຫັນ

0