秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານຄະນະກຳມະການໂອລິມປິກສາກົນໃຫ້ສຳພາດຕໍ່ນັກຂ່າວ CMG

2022-02-21 17:13:13 cri

 ວັນ​ທີ 20 ກຸມ​ພາ​ນີ້, ທ່ານ​ໂທ​ມັ​ສ ບັກ​ສ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ໂດຍ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ວ່າ: ປະ​ເທດ​ຈີນ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ ໂດຍ​ໄດ້​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ລຽບ​ງ່າຍ, ປອດ​ໄພ ແລະ​ໜ້າ​ເບິ່ງ​ໜ້າ​ຊົມ​ ໃຫ້​ກັບ​ໂລກ.

ທ່ານ​ໂທ​ມັ​ສ ບັກ​ສ ກ່າວ​ວ່າ: ຜ່ານ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ 2022, ກິ​ລາ​ລະ​ດູ​ໜາວຢູ່​ປະ​ເທດ​ຈີນຈະ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງຫຼວງຫຼາຍ ເພາະ​ວ່າ​ຢູ່​ປະ​ເທດ​ຈີນ​ມີ 300 ລ້ານ​ຄົນ​ໄດ້​ເຂົ້າ​ຮ່ວມ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ພວກ​ເຮົາ, ໃນ​ປີ 2025, ມູນ​ຄ່າ​ການ​ຕະຫຼາດ​ຂອງ​ກິ​ລາ​ລະ​ດູ​ໜາວ​ຢູ່​ປະ​ເທດ​ຈີນ​ຈະ​ບັນ​ລຸ​ເຖິງ 150 ຕື້​ໂດ​ລາ​ສະ​ຫະ​ລັດ. ນີ້​ກໍ​ຈະ​ເປັນ​ການ​ຊຸກ​ຍູ້ການ​ພັດ​ທະ​ນາ​ກິ​ລາ​​ລະ​ດູ​ໜາວ​ໃນ​ທົ່ວ​ໂລກ.

ທ່ານ ໂທ​ມັ​ສ ບັກ​ສ ​ຍັງກ່າວ​ຕື່ມ​ອີກວ່າ: ຄະ​ນະ​ກຳ​ມະ​ການ​ໂອ​ລິ​ມ​ປິກ​ສາ​ກົນ​ຫວັງ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ CMG ໃນ​ອະ​ນາ​ຄົດ, ສືບ​ຕໍ່​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ກິ​ລາ​ໂອ​ລິມ​ປິກ, ເຮັດ​ໃຫ້ການຫຼິ້ນ​ກິ​ລາ​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ.

ຄຳ​ເຫັນ

0