秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມຄວາມໝັ້ນຄົງມີວນິກຄັ້ງທີ 58 ໄດ້ອັດລົງແລ້ວ

2022-02-21 17:09:29 cri

ວັນ​ທີ 20 ກຸ​ມ​ພາ​ນີ້, ກອງ​ປະ​ຊຸ​ມ​ຄວາມ​ໝັ້ນ​ຄົງມີວ​ນິກ​​ຄັ້ງ​ທີ 58 ທີ່​ດຳ​ເນີນເປັນ​ເວ​ລາ​ 3 ມື້ ໄດ້​ອັດ​ລົງ​ຢູ່​ນະ​ຄອນມີວ​ນິກ ​ທາງ​ພາກ​ໃຕ້​ຂອງ​ເຢຍ​ລະ​ມັນ.

ສະ​ຖາ​ນະ​ການ​ຢູ່​ອູ​ແກ​ຣນ​ເປັນ​ບັນ​ຫາ​ຈຸດ​ສຸມ​ຂອງກອງ​ປະ​ຊຸ​ມ​ຄັ້ງ​ນີ້. ທ່ານ​ໂອ​ລາ​ຟ ໂຊ​ນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ກ່າວ​ວ່າ: ສະ​ຖານະ​ການ​ຄວາມເຄັ່ງ​ຕຶງ​ຢູ່​ອູ​ແກ​ຣນ​ຍັງ​ບໍ່​ທັນ​ຜ່ອນ​​ຄາຍ​ລົງ​ເທື່ອ, ຢູ່​ເອີ​ຣົບ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ສົງ​ຄາມ​ອີກ, ຊ່ອງ​ທາງ​ການ​ທູດ​ຍັງ​ເປັນ​ວິ​ທີ​ແກ້​ໄຂ​ບັນ​ຫາ​ອູ​ແກ​ຣນ. ທ່ານ​ເຈັນ​ສ ສະ​ໂຕນ​ເຕັນ​ເບີກ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ປ້ອງ​ກັນ​ອັດ​ລັງ​ຕິກ​ເໜືອ ຫຼືນາ​ໂຕ ກ່າວ​ວ່າ: ຕົນ​ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ທ່ານ​ເຊີ​ເກ ລ​າ​ຟ​ໂລ​ຟ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ ໂດຍ​ໄດ້​ສະ​ເໜີ​​ໃຫ້ຈັດ​ການ​ສົນ​ທະ​ນາ​ໃຫ້ຫຼາຍກວ່າ​ເກົ່າ ເພື່ອ​ແກ້​ໄຂ​​ບັນ​ຫາການ​ປະ​ທະ​ກັນ​ທີ່​ອາດ​ຈະ​ເກີດ​ຂຶ້ນ. ​ໃນ​ພິ​ທີ​ປິດກອງ​ປະ​ຊຸ​ມດັ່ງ​ກ່າວ, ທ່ານ​ໂວ​ຟ​ກັງ ອິ​ຊີນ​ເກີ, ປະ​ທານກອງ​ປະ​ຊຸ​ມ​ຄວາມ​ໝັ້ນ​ຄົງ​ມີວ​ນິກໄດ້​ສະ​ແດງ​ຄວາມ​ເສຍ​ດາຍອີກ​ຄັ້ງ​ໜຶ່ງ ທີ່​ຣັດ​ເຊຍ​ບໍ່​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້.

ຄຳ​ເຫັນ

0