黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານປູຕິນລົງນາມໃນລັດຖະດຳລັດຮັບຮອງສອງ “ສາທາລະນະລັດ” ຢູ່ພາກຕາເວັນອອກຂອງອູແກຣນ

2022-02-22 10:25:24 CRI

ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ລົງນາມໃນລັດຖະດຳລັດ ໃນຕອນຄ່ຳວັນທີ 21 ກຸມພານີ້ ໂດຍຮັບຮອງ “ສາທາລະນະລັດປະຊາຊົນໂດເນັດສ” ແລະ “ສາທາລະນະລັດປະຊາຊົນລູຮັນສ” ທີ່ຕັ້ງຢູ່ພາກຕາເວັນອອກຂອງອູແກຣນ.

ແຫລ່ງຂ່າວຈາກເວັບໄຊປະທານາທິບໍດີຣັດເຊຍໄດ້ໃຫ້ຮູ້ວ່າ, ຕອນຄ່ຳວັນທີ 21 ກຸມພານີ້, ທ່ານວະລາດີເມຍ ປູຕິນ ໄດ້ກ່າວຄຳປາໄສທາງໂທລະພາບໄປຍັງປະຊາຊົນ ທົ່ວປະເທດ ໂດຍໄດ້ເວົ້າເຖິງບັນຫາຕ່າງໆ ເຊັ່ນ: ການພົວພັນລະຫວ່າງຣັດເຊຍ-ອູແກຣນ, ສະຖານະການຢູ່ພາກຕາເວັນອອກອູແກຣນ ແລະ ການຮັບປະກັນຄວາມປອດໄພຂອງ ຣັດເຊຍ ເປັນຕົ້ນ. ຈາກນັ້ນ, ທ່ານປູຕິນໄດ້ລົງນາມໃນລັດຖະດຳລັດເພື່ອຮັບຮອງ “ສາທາລະນະລັດປະຊາຊົນໂດເນັດສ” ແລະ “ສາທາລະນະລັດປະຊາຊົນລູຮັນສ”, ພ້ອມກັບເຊັນສົນທິສັນຍາ ການຮ່ວມມືແລະຊ່ວຍເຫລືອເຊິ່ງກັນແລະກັນບົນຈິດໃຈມິດຕະພາບ ລະຫວ່າງຣັດເຊຍກັບສອງ “ສາທາລະນະລັດ” ດັ່ງກ່າວ.

ໃນຕອນເຊົ້າຂອງວັນດັ່ງກ່າວ, ທ່ານວະລາດີເມຍ ປູຕິນ ໄດ້ໂທລະສັບສົນທະນາກັບ ທ່ານແອມມານູແອນ ມາຄຣົງ ປະທານາທິບໍດີຝຣັ່ງ ແລະ ທ່ານໂອລາຟ ໂຊນ ນາຍົກ ລັດຖະມົນຕີເຢຍລະມັນ ໂດຍໄດ້ແຈ້ງໃຫ້ພວກທ່ານຊາບ ກ່ຽວກັບການລົງນາມໃນລັດຖະດຳລັດເພື່ອຮັບຮອງ “ສາທາລະນະລັດປະຊາຊົນໂດເນັດສ” ແລະ “ສາທາລະນະລັດປະຊາຊົນລູຮັນສ”. ທ່ານແອມມານູແອນ ມາຄຣົງ ແລະ ທ່ານໂອລາຟ ໂຊນ ຕ່າງກໍໄດ້ສະແດງຄວາມຜິດຫວັງ ກັບ​ສະ​ພາບ​ການ​ທີ່​ຜັນ​ແປ​ໄປ​ຢູ່​ອູ​ແກ​ຣນ, ແຕ່ກໍມີຄຳເຫັນວ່າຍິນດີສືບຕໍ່ຮັກສາການຕິດຕໍ່ພົວ ພັນກັນກ່ຽວກັບບັນຫາທີ່ກ່ຽວຂ້ອງ.

ຄຳ​ເຫັນ

0