秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍັງອີກ 50 ວັນຈະເຖິງເວລາຈັດງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນຄັ້ງທີ 2

2022-02-22 13:58:23 cri

ແຕ່​ວັນ​ທີ 12 ຫາ​ວັນ​ທີ 16 ເມ​ສາ​ໜ້າ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ອຸ​ປະ​ໂພກ-​ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ທີ 2 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໄຫ​ໂຂວ, ແຂວງ​ໄຫຫຼຳ​ ປະ​ເທດ​ຈີນ. ສະ​ນັ້ນ ໃນວັນ​ທີ 21 ກຸມ​ພາ​ນີ້, ​ໄດ້​ຈັດ​ພິ​ທີ​ນັບ​ຖອຍຫຼັງ​ການ​ຈັດງານ​ວາງ​ສະ​ແດງດັ່ງ​ກ່າວ​ຍັງ​ເຫຼືອ​ອີກ 50 ວັນ. ພະ​ແນກ​ພັດ​ທະ​ນາ​ເສດ​ຖະ​ກິດ​ສາ​ກົນ​ແຂວງ​ໄຫຫຼຳ​ໄດ້​ເປີ​ດ​ເຜີຍ​ໃຫ້​ຮູ້​ວ່າ: ປັດ​ຈຸ​ບັນ, ວຽກ​ງານ​ຍື່ນ​ໃບ​ສະ​ໝັກເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ຂອງວິ​ສາ​ຫະ​ກິດ​ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານ​ແລ້ວ, ​ຂະ​ໜາດ​ການ​ຈັດ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ຈະໃຫຍ່ກວ່າ​ຄັ້ງ​ທຳ​ອິດ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ເນື້ອ​ທີ່ຂອງງານ​ວາງ​ສະ​ແດງ​ສິນ​ຄ້າ​​ອຸ​ປະ​ໂພກ-ບໍ​ລິ​ໂພກ​ສາ​ກົນ​ຈີນ​ຄັ້ງ​ທີ 2 ໄດ້​ເພີ່ມ​ຂຶ້ນ​ເປັນ 100.000 ຕາ​ແມັດ ຈາກ 80.000 ຕາ​ແມັດໃນ​ຄັ້ງ​ທຳ​ອິດ, ເນື້ອ​ທີ່​ທີ່​ເພີ່ມ​ຂຶ້ນ​ໃໝ່​ຈະ​ຖືກ​ນຳໃຊ້​ເປັນ​ການ​ຂະ​ຫຍາຍ​ເນື້ອ​ທີ່ເຂດ​ວາງ​ສະ​ແດງ​ສາ​ກົນ. ​ໃນ​ນັ້ນ, ເຂດ​ວາງ​ສະ​ແດງ​ສາ​ກົ​ນ​ລວມ​ມີ​ເນື້ອ​ທີ່​ທັງ​ໝົດ 80.000 ຕາ​ແມັດ ເຊິ່ງ​ລວມ​ມີ​ຫໍ​ວາງ​ສະ​ແດງ 6 ແຫ່ງ.

ສຳ​ລັບ​ເຂດ​ວາງ​ສະ​ແດງ​ພາຍ​ໃນ​ປະ​ເທດ​ຈີນ, ມາ​ຮອດ​ປັດ​ຈຸ​ບັນ​ນີ້, ​ໃນ​ທົ່ວ​ປະ​ເທດ​ຈີນ​​ໄດ້ມີ 31 ແຂວງ, ເຂດ​ປົກ​ຄອງ​ຕົນ​ເອງ ແລະ​ກຳ​ແພງ​ນະ​ຄອນ​​ຢືນ​ຢັນວ່​າ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໃນ​ຄັ້ງ​ນີ້. ​ໃນ​ນັ້ນ, ​ຫໍ​ວາງ​ສະ​ແດງ​ແຂວງ​ໄຫຫຼໍ​າ​ຈະ​ມີ​ເນື້ອ​ທີ່ 610 ຕາ​ແມັດ ເຊິ່ງ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ທົ່ວ​ປະ​ເທດ​ຈີນ. ປັດ​ຈຸ​ບັນ, ວ​ຽກ​ງານ​ກະ​ກຽມ​ການ​ຈັດ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ກຳ​ລັງ​ດຳ​ເນີນ​ໄປ​ຢ່າ​ງ​ເປັນ​ລະ​ບຽບ.

ຄຳ​ເຫັນ

0