黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ກ່າວວ່າ: ຈຳ​ນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນທົ່ວໂລກມີ​ທັງ​ໝົດ​ເຖິງ 422.188.754 ກໍລະນີ

2022-02-22 15:34:20 cri

ຕົວເລກຂໍ້ມູນຫຼ້າສຸດທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍໃນວັນ​ທີ 21 ກຸມ​ພາ​ນີ້ສະ​ແດງໃຫ້​ເຫັນ​ວ່າ: ຈຳ​ນວນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ​ມີ​ທັງ​ໝົດ​ເຖິງ 422.188.754 ກໍ​ລະ​ນີ.

ຕົວເລກຂໍ້ມູນຫຼ້າສຸດທີ່ເປີດເຜີຍຢູ່ຕາມເວັບໄຊ WHO ສະແດງໃຫ້ເຫັນວ່າ: ມາຮອດເວ​ລາ 1 ໂມງ 36 ນາທີຂອງ​ວັນ​ທີ 22 ກຸມ​ພານີ້ຕາມ​ເວ​ລາ​ວຽງ​ຈັນ, ​ຈຳ​ນວນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້ໃນ​ທົ່ວ​ໂລກ​ມີ​ເຖິງ 1.597.571 ກໍ​ລະ​ນີ, ລວມ​ທັງ​ໝົດ​​ແມ່ນ 422.188.754 ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດ​ເພີ່ມ​ໃໝ່​ຕໍ່​ມື້ຍ້ອນ​ເປັນ​ພະ​ຍາດ​ດັ່ງ​ກ່າວ 9.197 ຄົນ, ລວມ​ທັງ​ໝົດ​ແມ່ນ 5.876.766 ຄົນ.

ຄຳ​ເຫັນ

0