蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ປອດ​ໄພ​ຈະ “ບໍ່​ມ່ວນ​ຊື່ນ” ​ຊັ້ນ​ຫວາ?

2022-02-22 09:14:50 CRI

ຕອນ​ຄ່ຳ​ວັນ​ທີ 20 ກຸມ​ພາ​ນີ້, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ, ຝ່າຍ​ຕ່າງໆ​ລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ງານ​ອັນ​ໂດດ​ເດັ່ນ​ຂອງ​ງານ​ຄັ້ງ​ນີ້. ແຕ່​ວ່າ, ​ໃນ​ເວ​ລາ​ທີ່​ຄົນທົ່ວ​ໂລກ​ຍັງ​ປະ​ທັບ​ໃຈ​ກັບ​ບັນ​ຍາ​ກາດ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢູ່, ພັດມີ​ບາງ​ຄົນ​​ໄດ້​ສົ່ງ​ສຽງ​ອອກ​ມາ​ຕ່າງ​ຈາກ​ຄົນ​ອື່ນ​ອີກ​ແລ້ວ.

ກ່ອນ​ທີ່ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ສິ້ນ​ສຸດ​ລົງ, “ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ” ຂອງ​ອາ​ເມ​ຣິ​ກາ​ສະ​ບັບ​ວັນ​ທີ 18 ກຸມ​ພາ​ນີ້​ໄດ້​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ຂໍ້​ວ່າ: “ການ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແບບ​​ປິດສາ​ມາດສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ແທ້, ​ແຕ່​ພ້ອມ​ດຽວ​ກັນ​ນັ້ນ​ໄດ້​ຈຳ​ກັດ​ຄວາມ​ມ່ວນ​ຊື່ນ​ໄປ​ພ້ອມ. ​ເນື້ອ​ໃນ​ບົດ​ຄວາມ​ຍັງ​ໄດ້​ລະ​ບຸ​ວ່າ: ມາດ​ຕະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເຂັ້ມ​ງວດ​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໄດ້​ສ້າງ “ຄວາມ​ກົດ​ດັນ​ທາງ​ຈິດ​ໃຈ” ໃຫ້ກັບ​ນັກ​ກິ​ລາ ​ແລະ ໄດ້ “ບັງ​ຄັບ” ໃຫ້​ອາ​ສາ​ສະ​ໝັກ​ຈີນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ຈຳ​ນວນຫຼວງຫຼາຍ​ຈຳ​ເປັນ​ຕ້ອງ​ມາ​ເຮັດ​ວຽກ​ຢ່າງ​ລຳ​ບາກ​ໃນ​ງານ​ເປັນຫຼາຍ​ອາ​ທິດ. ນອກ​ນີ້, ​ງົບ​ປະ​ມານ​ໃນ​ການ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຍັງ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ. ເວົ້າ​ລວມ​ແລ້ວ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ “ໄດ້​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ທີ່​ບໍ່​ມ່ວນ​ຊື່ນ​ໂດຍ​ທົ່ວ​ໄປ”.

ນະ​ໂອ​ກາດ​ນີ້, ​ພວກເຮົາ​ກໍ​ຢາກ​ຖາມ​ວ່າ: ຖ້າ​ບໍ່​ມີ​ຄວາມ​ປອດ​ໄພ, ຈະ​ສ້າງ​ຄວາມ​ມ່ວນ​ຊື່ນ​ໄດ້​ແນວ​ໃດ? ອີກ​ດ້ານ​ໜຶ່ງ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຈະ​ມີ​ຄວາມ​ມ່ວນ​ຊື່ນຫຼື​ບໍ່, ​ບໍ່​ແມ່ນ​ສື່ມວນ​ຊົນ​ຕາ​ເວັນ​ຕົກ​ມັກ​ເວົ້າ​ໂລ​ເລ​ເປັນ​ຜູ້​ຕັດ​ສິນ, ຫາກ​ແມ່ນ​ນັກ​ກິ​ລາ​ແລະ​ຜູ້​ເຂົ້າ​ຮ່ວມ​ງານ​ຕົວ​ຈິງ ຈິ່ງ​ມີ​ສິດ​ປະ​ກອບ​ຄຳ​ເຫັນ​ຕໍ່​ເລື່ອງ​ນີ້.

ນັບ​ແຕ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ງານ​ກິ​ລາ​ລາຍ​ການ​ໃຫຍ່​ຕ່າງໆ​ລ້ວນ​ແຕ່​ຕ້ອງ​​ປະ​ເຊີນ​ໜ້າ​ການ​ທົດ​ສອບ​ດ້ານ “ຄວາມ​ປອດ​ໄພ” ທີ່​ຂ້ຽວ​ຂາດ. ​ໃນ​ໄລ​ຍະ​ຜ່າ​ນ​ມາ, ປະ​ເທດ​ຈີນ​ໄດ້​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ ແລະ ​ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາໆ, ຈິ່ງ​ໄດ້​ຈັດ​ງານ​ແຂ່ງ​ຂັນ​ກິ​ລາ​ແບບ​ວົງ​ປິດ ເພື່ອ​ຄວາມ​ປອດ​ໄພ​ຂອງ​ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ໂດຍ​ຜ່ານ​ຈາກ​ກົນ​ໄກ​ປ້ອງ​ກັນ​ພະ​ຍາດ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ. ປັດ​ຈຸ​ບັນ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ສິ້ນ​ສຸດ​ລົງ​ຢ່າງ​ຈົບ​ງາມ​ແລ້ວ, ​ການ​ແຂ່ງ​ຂັນ​ແບວົງ​ປິດ​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ບໍ່​ໄດ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແບບເປັນ​ກຸ່ມ, ນັກ​ກິ​ລາ​ຕ່າງ​ປະ​ເທດ​ແລະ​ເຈົ້າ​ໜ້າ​ທີ່​ສາ​ກົນ​ລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ພວກ​ເຮົາ​ຍັງ​ຈື່​ໄດ້​ດີ​ວ່າ: ໃນ​ໄລ​ຍະ​ຫາ​ກໍ່​ເປີດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ນັກ​ກິ​ລາຫຼາຍ​ຄົນ​​ໄດ້​ສະ​ແດງ​ຄວາມຮູ້​ສຶກ​ດີ​ໃຈ​ວ່າ, ຕົນ​ໄດ້​ມາ​ເຖິງ “ສ​ະ​ຖານ​ທີ່​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ”, ທ້າວ​ເລ​ອອນ ໂວ​ເກນ​ສ​ເປີ​ເກີ ນັກ​ກິ​ລາ​ສະ​ກີ​ແປ້ນ​ດ່ຽວ​ຈາກ​ເຢຍ​ລະ​ມັນ​ໄດ້​ພິມ​ບົດ​ຄວາມ​ລົງ​ສື່​ສັງ​ຄົມ​ອອນ​ລາຍ ໂດຍ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​​ວຽກ​ງານ​ປ້ອງ​ກັນ​ພະ​ຍາດ​ທີ່​ລະ​ອຽດ​ຖີ່​ຖ້ວນ, ອາ​ສາ​ສະ​ໝັກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ, ການ​ບໍ​ລິ​ການ​ແບບ​ຄົບ​ວົງ​ຈອນ​ໃນ​ບ້ານ​ພັກ​ນັກ​ກິ​ລາ ແລະ ສິ່ງ​ກໍ່​ສ້າງ​​ແລະ​ສະ​ໜາມແຂ່ງ​ຂັນ​ທີ່​ມີ​ຄຸນ​ນະ​ພາບ​ສູງ; ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ທ້າວແອ​ຣອນ ບ​ລັງ ນັກ​ກິ​ລາ​ສະ​ກີ​ຂອງ​ອາ​ເມ​ຣິ​ກາ​ຍັງ​ໄດ້​ກ່າວ​ຕອບ​ໂຕ້ຂ່າວ​ປອມກ່ຽວ​ກັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຂອງ​ສື່​ອາ​ເມ​ຣິ​ກາ ແລະ ເຫັນ​ວ່າ: “ນີ້​ແມ່ນ​ງານ​ມະ​ໂຫລານ​ທີ່​ຫາ​ສິ່ງ​ອື່ນ​ໃດ​ມາ​ປຽບ​ທຽບ​ບໍ່​ໄດ້”.

ສ່ວນ​ຖ້ອຍ​ຄຳ​ອັນ​ເຫຼວ​ໄຫຼ​ຂອງ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ, ​ໄດ້​ເຮັດ​ໃຫ້​ຊາວ​ເນັດ​ອາ​ເມ​ຣິ​ກາຫຼາຍ​ຄົນ​ຫົວ​ຂວັນ. ​ມີ​ຊາວ​ເນັດຫຼາຍ​ຄົນ​ໄດ້​ປະ​ກອບ​ຄຳ​ຄິດ​ເຫັນ​ຢູ່​ຕາມ​ສື່​ອອນ​ລາຍ​ຂອງ “ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ” ວ່າ: “ໃນ​ຫ້ອງ​ມໍ​ລະ​ສຸມ​​ຂອງ​ໂຮງ​ໝໍ​ຢູ່ທ້ອງ​ຖິ່ນ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ ​ໃນ​ແຕ່​ລະ​ມື້​ມີ​ປະ​ຊາ​ຊົນ 2.000 ກວ່າ​ຄົນ​ໄດ້​ເສຍ​ຊີ​ວິດ ຍ້ອນ​ພະ​ຍາດ​ໂຄວິດ-19 ນັ້ນ, ມີ​ຄວາມ​ມ່ວນ​ຊື່ນຊັ້ນ​ຫວາ?” “ຕະຫຼອດ​ໄລ​ຍະ​​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເພື່ອ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ໄດ້​ເບີກ​ບານມ່ວນ​ຊື່ນ, ອາ​ເມ​ຣິ​ກາ​ໄດ້​ເຮັດ “ຄວາມ​ຍິ່ງ​ໃຫຍ່” ​ອັນ​ໜຶ່ງ, ນັ້ນ​ກໍ​ຄື: ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້​ຊາວ​ອາ​ເມ​ຣິ​ກາ​​ປະ​ມານ 1 ລ້ານ​ຄົນເສຍ​ຊີ​ວິດ.” ນີ້​ຫວາ​ແມ່ນ “ຄວາມ​ມ່ວນ​ຊື່ນ” ສຳ​ລັບ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​?

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ປອດ​ໄພ​ແລະ​ໜ້າ​ເບິ່ງໜ້າ​ຊົມ​ ເຮັດ​ໃຫ້​ຄົນ​ທັງຫຼາຍ​ໄດ້​ແບ່ງ​ປັນ​ຄວາມ​ມ່ວນ​ຊື່ນ​ໃຫ້​ກັບ​ມວນ​ມະ​ນຸດ​ຈາກ​ການ​ຖ່າຍ​ທອດ​ສົດ​ການ​ແຂ່ງ​ຂັນ​ກິ​ລາ ແລະ ໄດ້​ສົ່ງ​ສຽງແຫ່ງ​ຄວາມ​ສາ​ມັກ​ຄີ ແລະ ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ອອກ​ມາ. ປັດ​ຈຸ​ບັນ, ໂດຍ​ຜ່ານ​ຈາກ​ການ​ທີ່​ນັກ​ກິ​ລາ​ທັງຫຼາຍ​ໄດ້​ສຳ​ຜັດ​ຕົວ​ຈິງ ແລະ ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ຜູ້​ຊົມ​ທົ່ວ​ໂລກ, ການ​ເສກ​ສັນ​ປັ້ນ​ແຕ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ການ​ລາຍ​ງານ​ຂ່າວ​ຂອງ​ໜັງ​ສື​ພິມ “ວໍ​ຊິງ​ຕັນ​ໂພ​ສ” ຂອງ​ອາ​ເມ​ຣິ​ກາ ກໍ​ຈະ​ສູນ​ຫາຍ​ໄປ​ແບບ​ອັດ​ຕະ​ໂນ​ມັດ ທັງໄດ້​ເຮັດ​ໃຫ້​ຊາວ​ໂລກ​ຮັບ​ຮູ້​ເຖິງ​ທາດ​ແທ້​ຂອງ​ສື່ມວນ​ຊົນ​ຕາ​ເວັນ​ຕົກ​ທີ່​ຊ່າງ​ກະ​ຈາຍ​ຂ່າວ “ປົນ​ເປ​ກັບສຽງ​ວົນ​ແຊວ​ທາງ​ການ​ເມືອງ” ແລະ ມັກ​ເຮັດ “ສອງ​ມາດ​ຕະ​ຖານ” ເລື້ອຍໆ.

ຄຳ​ເຫັນ

0