蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ປະ​ຕິ​ບັດ​ມາດ​ຕະ​ການ​ລົງ​ໂທດວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​​ທາງ​ການທະ​ຫານ​ຂອງ​ອາ​ເມ​ຣິ​ກາ 2 ແຫ່ງ

2022-02-22 11:09:01 CRI

ໂດຍ​ແນ​ໃສ່​ແຜນ​ການ​​ຂອງ​ອາ​ເມ​ຣິ​ກາ​ໃນ​ການຂາຍ​ອາ​ວຸດ ທີ່​ມີ​ມູນ​ຄ່າ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​​ແກ່ໄຕ້​ຫວັນ​ຈີນ​, ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ກຸມ​ພາ​ນີ້, ທ່ານ​ວາງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ໂດຍ​ອີງ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ຂອງ “ກົດ​ໝາຍ​​​ວ່າ​ດ້ວຍ​ການຕໍ່​ຕ້ານ​ການ​ລົງ​ໂທດຂອງ​ຕ່າງ​ປະ​ເທດ” ຂອງ​ຈີນ, ລັດ​ຖະ​ບານ​ຈີນ​​ໄດ້ຕົກ​ລົງປະ​ຕິ​ບັດ​ມາດ​ຕະ​ການ​ຕອບ​ໂຕ້​ດ້ວຍ​ການ​ລົງ​ໂທດ​ບໍ​ລິ​ສັດ​ເຣ​ທິ​ອອນ ແລະ ບໍ​ລິ​ສັດ​ລັອກ​ຮິດ ມາ​ຕິນ​ ທີ່​ເປັນ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​​ທາງ​ການທະ​ຫານ​ຂອງ​ອາ​ເມ​ຣິ​ກາ.

ທ່ານ​ວາງ​ເວີນ​ປິ່ນ​ກ່າວ​ເນັ້ນ​ວ່າ: ອາ​ເມ​ຣິ​ກາ​ຂາຍ​ອາ​ວຸດ​ໃຫ້​ເຂດ​ໄຕ້​ຫວັນ​ຂອງ​ຈີນ, ໄດ້​ລະ​ເມີດ​ຫຼັກ​ການ​ປະ​ເທດ​ຈີນ​ດຽວ ແລະ ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ໃນ​ຖະ​ແຫຼງ​ການ​ຮ່ວມ 3 ສະ​ບັບ​ຈີນ-ອາ​ເມ​ຣິ​ກາ ໂດຍ​ສະ​ເພາະ​ແມ່ນ​ຖະ​ແຫຼງ​ການ​ຮ່ວມ “17 ສິງ​ຫາ” ເຊິ່ງ​ໄດ້​ທຳ​ລາຍ​ອະ​ທິ​ປະ​ໄຕ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ຢ່າງ​ໜັກ​ໜ່ວງ, ທຳ​ລາຍ​ສາຍ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ ແລະ ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້. ຈີນ​ສະ​ແດງ​​ການ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ ແລະ ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງຕໍ່​ກັບ​ເລື່ອງ​ນີ້. ຈີນ​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ທຸກ​ປະ​ການ ໂດຍ​ອີງ​ຕາມ​ລະ​ດັບ​ຂອງ​ສະ​ຖາ​ນະ​ການ ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຕົນ​ຢ່າງ​ເດັດ​ດ່ຽວ.

ຄຳ​ເຫັນ

0