蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕິດ​ຕາມ​ເບິ່ງການ​ພັດ​ທະ​ນາ​​ຍີ່​ຫໍ້​ຈີນ​ຈາກ “ກະ​ເປົາ​ເປ້” ແລະ “ຊຸດ​ກິ​ລາ” ໃນ​ງານ​ກິ​ລາ​ໂອ​ລິມ​ປິກ

2022-02-23 16:23:42 CRI

ກ່ອນ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022, ຂ່າວ​ກ່ຽວ​ກັບ​ກະ​ເປົາ​ເປ້​ໄດ້​ເຜີຍ​ແຜ່​ຢູ່​ຕາມ​ໜ້າ​ອິນ​ເຕີ​ເນັດ​ຢ່າງກວ້າງ​ຂວາງ: ມີ​ນັກ​ຂ່າວຫຼາຍ​ຄົນ​ທີ່​ເຄີຍ​ມາ​ລາຍ​ງານ​ຂ່າວ​ກ່ຽວ​ກັບງານ​ກິ​ລາ​ໂອ​ລິມ​ປິກ​​ປັກ​ກິ່ງ​ປີ 2008, ໄດ້​ເປ້​ກະ​ເປົາ​ທີ່​ໃຊ້​ມາ​ແຕ່ປີ 2008 ​ໄດ້​ເດີນ​ທາງ​ມາ​ນະ​ຄອນຫຼວງ​ປັກ​ກິ່ງ​ອີກ​ຄັ້ງ​ໜຶ່ງ​ ແລະ ໄດ້​ຕີ​ລາ​ຄາ​ວ່າ: “ຄຸນ​ນະ​ພາບ​​ກະ​ເປົາ​ຈີນດີຫຼາຍ”, “ທົນ​ທານ, ໃຊ້​ໄດ້​ດີ”. ກະ​ເປົາ​ເປ້​ທີ່​ຈີນ​ຜະ​ລິດ​ໃຊ້​ໄດ້​ຍາວ​ນານ​ຮອດ 14 ປີ, ຈົນ​ເຮັດ​ໃຫ້​ນັກ​ຂ່າວ​ຕ່າງ​ປະ​ເທດ​ຫຼາຍ​ຄົນ​ຍ້ອງ​ຍໍຕໍ່​ກະ​ເປົາ​ເປ້​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປີ 2008.

ຖ້າ​ເວົ້າ​ວ່າ: ກະ​ເປົາ​ເປ້​ປີ 2008 ​ກໍ​ແມ່ນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ຜະ​ລິດ​ຂອງ​ຈີນ​ທີ່​ເຂັ້ມ​ແຂງ, ​ແຕ່​ສຳ​ລັບໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ແລ້ວ​ໄດ້​ເກີດມີ​ການ​ປ່ຽນ​ແປງ​ທີ່​ພົ້ນ​ເດັ່ນ​ຢ່າງ​ໜຶ່ງ​ກໍ​ຄື: ຍີ່​ຫໍ້​ຈີນ​ໄດ້​ພັດ​ທະ​ນາ​ກ້າວ​ຂຶ້ນ​ອີກ ເຊິ່ງ​ຖື​ວ່າ​ໄດ້ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ.

ຍີ່​ຫໍ້ ANTA ເປັນ​ໜຶ່ງ​ໃນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ທາງ​ການ​ຂອງງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການລະ​ດູ​ໜາວ​ປັກ​ກິ່ງ, “ຊຸດ​ແຊັມ​ປຽນ​ທີ່​ມີ​ຮູບ​ມັງ​ກອນ” ຂອງ ANTA ບໍ່​ພຽງ​ແຕ່​ໄດ້​ອອກ​ແບບ​ທີ່​ປະ​ກອບ​ດ້ວຍຫຼາຍ​ປັດ​ໄຈ​ແບບ​ຈີນ​​ເທົ່າ​ນັ້ນ, ຍັງ​ໄດ້​ໃຊ້ “ເຕັກ​ນິກ​ສ້າງ​ຄວາມ​ອົບ​ອຸ່ນ” ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ ເຊິ່ງ​ສາ​ມາດ​ເຮັດ​ໃຫ້​ຊຸດ​ກິ​ລາ​ທີ່​ເບົາ​ບາງ​ສາ​ມາດຮັກ​ສາ​ຄວາມ​ອຸ່ນ​ໄດ້​ເປັນ​ຢ່າງ​ດີ ພາຍ​ໃຕ້​​ສະ​ພາບ​ການ​ທີ່​ມີ​ອຸນ​ຫະ​ພູມ​ລົບ 20 ອົງ​ສາ.

ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ​ນີ້, ລາຍ​ການ​ແຂ່ງ​ຂັນສະ​ເກ​ເລ​ຕອນ​ກໍ​ສາ​ມາດ​ຍາດ​ໄດ້ຫຼຽນ​ລາງວັນ​ເປັນ​ຄັ້ງ​ທຳ​ອິດ. ຢູ່​ເບື້ອງຫຼັງ​ຫຼຽນ​ດັ່ງ​ກ່າວ, ກໍ​ມີ​ການ​ປະ​ກອບ​ສ່ວນ​ຂອງ​ບໍ​ລິ​ສັດ ANTA ເຊັ່ນ​ກັນ. ຍ້ອນ​ວ່າ​ເກີບ​​ທີ່​ໃຊ້​ໃນ​ການແຂ່ງ​ຂັນ​ຂອງ​ທີມ​​ສະ​ເກ​ເລ​ຕອນ​ຂອງຈີນ​ເທື່ອ​ນີ້, ແມ່ນ​ບໍ​ລິ​ສັດ ANTA ເປັນ​ຜູ້ຜະ​ລິດ ໂດຍ​ໃຊ້​ເວ​ລາ​​ອອກ​ແບບ​ແລະ​ຜະ​ລິດ​ເຖິງ 4 ເດືອນ, ​ໄດ້ມີ​ສິດທິ​ບັດ 12 ລາຍ​ການ ແລະ ໄດ້​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ປະ​ດິດ​ສ້າງ​ໃໝ່ 3 ລາຍ​ການ, ຈິ່ງ​ໄດ້ເຮັດ​ເກີບ​ສະ​ເພາະ​ກິ​ລາ​ປະ​ເພດ​ນີ້​ອອກ​ມາ.

ນອກ​ນີ້, ຍັງ​ມີ​ບໍ​ລິ​ສັດ PEAK ​ທີ່​ໄດ້​ຜະ​ລິດ​ເຄື່ອງ​ກິ​ລາ​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022, ນັບ​ແຕ່​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ເປັນ​ຕົ້ນ​ມາ, ບໍ​ລິ​ສັດ PEAK ເລີ່ມ​​ໄດ້​ຮັບ​ສິດ​ເປັນ​ຜູ້​ຜະ​ລິດ​ເຄື່ອງ​ກິ​ລາ​ໃຫ້​ກັບ​ຄະ​ນະ​ນັກ​ກິ​ລາ 20 ກວ່າ​ຄະ​ນະ​ທີ່ເຂົ້າ​ຮ່ວມ​ງານ​ກິ​ລາ​ຂະ​ໜາດ​ໃຫຍ່​ທັງ​ລະ​ດູ​ຮ້ອນ​ແລະ​ລະ​ດູ​ໜາວ​ຕາມໆ​ກັນ, ໃນ​ນັ້ນ, ປີ 2016 ໄດ້​ຮັບ​ສິດ​ເປັນ​ຜູ້​ຜະ​ລິດ​ເຄື່ອງ​ກິ​ລາ​ໃຫ້​ກັບຄະ​ນະ​ນັກ​ກິ​ລາ  12 ຄະ​ນະ ພ້ອມ​ທັງໄດ້​ມີ​ຜະ​ລິດ​ຕະ​ພັນ​ຈຳ​ໜ່າຍ​ຢູ່ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງປີ 2022 ຄັ້ງ​ນີ້, ບໍ​ລິ​ສັດ PEAK ໄດ້​ຮັບ​ສິດ​ເປັນ​ຜູ້​ຜະ​ລິດ​ເຄື່ອງ​ກິ​ລາ​ໃຫ້​ກັບ​ຄະ​ນະ​ນັກ​ກິ​ລາ 7 ຄະ​ນະ ​ທີ່​ເຂົ້າ​ຮ່ວມ​ງາ​ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ເຊັ່ນ: ​ເຄື່ອງ​ກິ​ລາ​ຂອງ​ນັກ​ກິ​ລາ​ປະ​ເທດບ​ຣາ​ຊິນ, ອູ​ແກ​ຣນ ແລະ ອື່ນໆ.

ໃນ​ລາຍ​ການ​ແຂ່ງ​ຂັນ​ກິ​ລາ​ລະ​ດູ​ໜາວ​ທີ່​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ອຸ​ປະ​ກອນ​ກິ​ລາ​​ແບບ​ມື​ອາ​ຊີບ​ຍິ່ງຫຼາຍ​ນັ້ນ, ແຕ່​ກ່ອນ, ນັກ​ກິ​ລາ​ສ່ວນຫຼາຍ​ຈະ​ເລືອກ​ໃຊ້​ອຸ​ປະ​ກອນ​​ຍີ່​ຫໍ້ຂອງ​ປະ​ເທດ​ຕາ​ເວັນ​ຕົກ. ແຕ່​ເທື່ອ​ນີ້, ເຂົາ​ເຈົ້າ​ໄດ້​ເລືອກ​ໃຊ້​ອຸ​ປະ​ກອນ​​ຍີ່​ຫໍ້ PEAK, ​ສະ​ນັ້ນ, ຈິ່ງບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ເປັນ​ຫຍັງຫຼາຍ​ຊາດ​ຈິ່ງຍອມ​ຮັບ​ຄຸນ​ນະ​ພາບ​ຂອງ​ຍີ່​ຫໍ້​ຈີນ. ນາງ​ມາ​ເຣຍ ລົວ​ນາ ຄອນ​ສ​ະຕັນ​ຕິນ ນັກ​ກິ​ລາ​ປະ​ເທດ​ລູ​ມາ​ນີ​ກ່າວ​ຫຼັງ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງວ່າ: ​ໄດ້​ເຫັນ “ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ຈີນ​ທີ່​ເຂັ້ມ​ຂຸ້ນ ແລະ ໄດ້​ເຫັນຍີ່​ຫໍ້​ຈີນເລື້ອຍໆ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ ແລະ ກຳ​ລັງ​ຕົວ​ຈິງ​ຂອງ​ຈີນ ທີ່​ເປັນ​ປະ​ເທດ​ໃຫຍ່​ຂອງ​ໂລກ.”

ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ແມ່ນ​ປີ​ທີ່​ຍີ່​ຫໍ້​​ເຄື່ອງກິ​ລາ​ຈີນ​ໄດ້​ບັນ​ລຸ​​ເປົ້າ​ໝາຍການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ. ໃນ​ປີ​ນັ້ນ, ທົ່ວ​​ອຸດ​ສາ​ຫະ​ກຳການ​ກິ​ລາ​ໄດ້​ບັນ​ລຸ​ການ​ເຕີບ​ໂຕ 20% ຫາ 30%; ຫຼັງ​ຈາກ​ນັ້ນ 14 ປີ, ໃນ​ງານ​ກິ​ລ​າ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ​ຄົນ​ທັງຫຼາຍຈາກ​ທົ່ວ​ໂລກ​ກໍ​ຍອມ​ຮັບ​ແລະ​ນິ​ຍົມ​ຍີ່​ຫໍ້​ຈີນ​ເພີ່ມ​ຂຶ້ນ. ຈາກ​ປີ 2008 ຫາ​ປີ 2022, ພວກ​ເຮົາ​ໄດ້ເຫັນ​ແລະ​ເຂົ້າ​ໃຈ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ​ຂອງ​​ຈີນ​ໃນການ​ຜະ​ລິດ​​ເຄື່ອງ​ກິ​ລາ ຄື: ຈາກ​​ການ​ພັດ​ທະ​ນາ​ແລະການ​ຮັບ​ປະ​ກັນ​ດ້ານ​ຄຸນ​ນະ​ພາບ​ສູ່​ການ​ສ້າງ​ຍີ່​ຫໍ້​ທີ່​ມີ​ຊື່​ສຽງ​​ລະ​ດັບ​ໂລກ. ຢູ່​ເບື້ອງຫຼັງ​​ຂະ​ບວນ​ການ​ດັ່ງ​ກ່າວ, ແມ່ນ​ກຳ​ລັງ​ສັງ​ລວມ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ເປັນ​ກ້າວໆ, ລະ​ດັບ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເລື້ອຍໆ ແລະ ຈີນ​ເອງ​ກໍ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່ວັດ​ທະ​ນະ​ທຳຂອງ​ຕົນ​ເອງ​ນັບ​ມື້​ນັບຫຼາຍ​ຂຶ້ນ.

ຄຳ​ເຫັນ

0