黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ການປົກ​ປ້ອງ “ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ” ຕ້ອງ​ປະ​ຕິ​ບັດ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ

2022-02-23 16:52:58 cri

ວັນ​ທີ 22 ກຸ​ມ​ພາ​ນີ້, ກອງ​ປະ​ຊຸມກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຄະ​ນະ​ກຳ​ມະ​ການ​ພິ​ເສດ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ປີ 2022 ​ໄດ້​ຈັດ​ການ​ອະ​ພິ​ປາຍ​ທົ່ວ​ໄປ.

ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ໄຕ້​ປິ່ງ ຮອງຜູ້​ຕາງ​ໜ້າ​ຖາ​ວອນ​​ຂອງ ສ​ປ ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ກ່າວ​ວ່າ: ປັດ​ຈຸ​ບັນ, ໂລກ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ໃໝ່​ທີ່​ເກີດ​​ມີການ​ປ່ຽນ​ແປງ​ແລະ​ມີ​ຄວາມ​ວຸ້ນ​ວາຍ, ພວກ​ເຮົາ​ຕ້ອງ​ການ​ການ​ປົກ​ປ້ອງ “ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ” ຢ່າງ​ເດັດ​ດ່ຽວ​​ໜຽວ​ແໜ້ນກວ່າ​ເວ​ລາ​ໃດໆ​ໝົດ.

ທ່ານ​ໄຕ້​ປິ່ງ ເນັ້ນ​ໜັກ​ວ່າ: ການ​ປົກ​ປ້ອງ “ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ”, ຕ້ອງ​ປະ​ຕິ​ບັດ​ຕາມ​ລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ, ຕ້ອງ​ຍຶດ​ໝັ້ນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ວຍ​ສັນ​ຕິ​ວິ​ທີ, ຕ້ອ​ງ​ຍຶດ​ໝັ້ນ​ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຕ້ອງ​ຄັດ​ຄ້ານ​ລັດ​ທິ​ເຈົ້າ​ອຳ​ນາດ. ​ຕ້ອງ​ປົກ​ປ້ອງ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​​ໝັ້ນ​ຄົງ​ສາ​ກົນ, ຕ້ອງ​ຮັກ​ສາບົດ​ບາດ​ອິດ​ທິ​ພົນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ຢູ່​ທຸກ​ເວ​ລາ, ປະ​ເທດ​ໃດໆ​​ກໍລ້ວນ​ແຕ່​ບໍ່​ສາ​ມາດ​ຖື​​ເອົາການ​ຕັດ​ສິນ​ໃຈ​ຂອງ​ປະ​ເທດ​ຕົນ​ຢູ່​ເໜືອ​ກວ່າກົດ​ບັດ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ.

ຄຳ​ເຫັນ

0