蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ຝຶກ​ຊ້ອມ​​ຢູ່​ແຕ່ສູນ​ການ​ຄ້າເທົ່າ​ນັ້ນ

2022-02-23 15:19:13 CRI

ນັກ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ຝຶກ​ຊ້ອມ​​ຢູ່​ແຕ່ສູນ​ການ​ຄ້າເທົ່າ​ນັ້ນ_fororder_rtyhdrthyrtd

 

ວັນ​ທີ 10 ກຸມ​ພາ​ນີ້, ໃນ​ການ​ແຂ່ງ​ຂັນ​ສະ​ເກັດ​ລີ​ລາ​​ເພດ​ຊາຍ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທ້າວ​ໂດ​ໂນ​ວັນ ກາ​ຣີ​ໂລ ນັກ​ກິ​ລາ​ປະ​ເທດ​ແມັກ​ຊິກ​ໄດ້​ອັນ​ດັບ​ທີ 22. ລາວ​ແມ່ນ​ນັກ​ກິ​ລາ​ສະ​ເກັດ​ລີ​ລາ​ຄົນ​ທຳ​ອິດ​ຂອງ​ແມັກ​ຊິກ​ທີ່​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໃນ​ຮອບ 30 ປີ.

ຢູ່​ບ້ານ​ເກີດ​ຂອງທ້າວ​ໂດ​ໂນ​ວັນ ກາ​ຣີ​ໂລ, ບານ​ເຕະ​ແມ່ນ​ກິ​ລາ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ, ການ​ແຂ່ງ​ຂັນ​ສະ​ເກັດ​ລີ​ລາ​ຖື​ວ່າເປັນ​ກິ​ລາ​ຂອງ​ພວກ​ຜູ້​ຍິງ. ສະ​ນັ້ນ, ໃນ​ເວ​ລາທ້າວ​ໂດ​ໂນ​ວັນ ກາ​ຣີ​ໂລ​ຕັດ​ສິນ​ໃຈ​ຝຶກ​ຊ້ອມ​ກິ​ລາ​ປະ​ເພດນີ້ ແລະ ຕັ້ງ​ໃຈ​ເຂົ້າ​ຮ່ວມ​​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ເພື່ອນ​ຂອງ​ລາວຫຼາຍ​ຄົນ​ກໍ​ຮູ້​ສຶກວ່າ​ລາວ​ບ້າ​​ໄປແລ້ວ. ຍາມ​ທຳ​ມະ​ດາ, ລາວ​ມີ​ແຕ່​ສາ​ມາດ​ໄປ​ຝຶກ​​ຊ້ອມສະ​ເກັດ​ຢູ່​ໃນ​ສະ​ໜາມ​ສະ​ເກັດ​ນ້ອຍ​ໃນ​ສູນ​ການ​ຄ້າ​ແຫ່ງ​ໜຶ່ງ​ເທົ່າ​ນັ້ນ. ກ່ອນ​ມາ​ປັກ​ກິ່ງ, ລາວ​ບໍ່​ເຄີຍ​ໄດ້​ຝຶກ​ຊ້ອມ​ຢູ່​ສະ​ໜາມ​ກິ​ລາ​ມາດ​ຕະ​ຖານ​ໂອ​ລິມ​ປິກ​ຈັກ​ເທື່ອ.

ແຕ່​ວ່າ, ເຖິງ​ຈະ​ມີ​ຄຳ​​ເຍາະ​ເຍີ້ຍ ແລະ ​ມີສຽງ​ຫົວ​ຂວັນ​ເລື້ອຍໆ​ກໍ​ຕາມ, ແຕ່​ທ້າວ​ໂດ​ໂນ​ວັນ ກາ​ຣີ​ໂລກໍ່ໄດ້​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຕົນ, ນັ້ນ​ກໍ​ຄື: ໄດ້​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ນັກ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ຝຶກ​ຊ້ອມ​​ຢູ່​ແຕ່ສູນ​ການ​ຄ້າເທົ່າ​ນັ້ນ_fororder_st5rgshrs

ຄຳ​ເຫັນ

0