蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​​ການຮ່ວມ​ມື​ລາວ-ຈີນ​ຈັດ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ປະ​ຈຳ​ປີ 2021

2022-02-23 15:15:39 CRI

ຂ​ປ​ລ ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຄະ​ນະ​ກຳ​ມະ​ການ​​ການຮ່ວມ​ມື​ລາວ-ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ໂດຍ​ຜ່ານ​ຮູບ​ແບບ​ວິ​ດິ​ໂອ ໂດຍ​ໄດ້​ສະຫຼຸບ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ເຕັກ​ນິ​ກ​ລະ​ຫວ່າງ​ລາວ​ແລະ​ຈີນ​ປະ​ຈຳ​ປີ 2021.

ທ່າ​ນ​ໄຊ​ຊະ​ນະ ​ສິດ​ທິ​ພອນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ການ​ຮ່ວມ​ມື​ລາວ-ຈີນ​ໄດ້​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ໂດຍ​ກ່າວ​ວ່າ: ປັດ​ຈຸ​ບັນ, ຈີນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ​ປະ​ເທດ​ລາວ. ປີ 2021, ຍ​ອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນ​ລຸ​ເຖິງ 4,35 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 21,4% ເມື່ອ​ທຽບ​ໃສ່​ປີ 2020. ໃນ​ນັ້ນ, ລາວ​ໄດ້​ນຳ​ເຂົ້າ 1,67 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 11,9%, ສົ່ງ​ອອກ 2,68 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 28,2%. ຈີນ​ໄດ້​ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ລາວ.

ນອກ​ນີ້, ຈີນ​ຍັງ​ຄົງ​ແມ່ນ​ແຫຼ່ງ​ທຶນ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ລາວ. ນັບ​ແຕ່​ປີ 1989 ຫາ​ປີ 2021, ວິ​ສາ​ຫະ​ກິດ​ຈີນ​ໄດ້​ລົງ​ທຶນ 821 ໂຄງ​ການ​ຢູ່​ປະ​ເທດ​ລາວ, ໃນ​ນັ້ນ, ໃນ​ປີ 2021ໄດ້​ມີ20 ໂຄງ​ການ​ໄດ້ລົງ​ທຶນຫຼາຍກວ່າ 1 ຕື້​ໂດ​ລາ​ສະ​ຫະ​ລັດ​ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​​ອັນສຳ​ຄັນ​​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ ສ​ປ​ປ ລາວ ແລະ ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

ຄຳ​ເຫັນ

0