蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​​ສະ​ແດງ​ຄວາມຢື້​ຢາມ​ຖາມ​ຂ່າວ​ເຖິງ​ພະ​ລາ​ຊີ​ນີ​ເອ​ລີ​ຊາ​ເບດ​ຂອງ​ອັງ​ກິດ

2022-02-23 16:31:38 CRI

ວັນ​ທີ 22 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ພະ​ລາ​ຊີ​ນີ​ເອ​ລີ​ຊາ​ເບດ​ທີ 2 ຂອງ​ອັງ​ກິດ ຍ້ອນ​ພະ​ລາ​ຊີ​ນີ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລະ ອວຍ​ພອນ​ໃຫ້​ພະ​ອົງ​ຈົ່ງ​ຫາຍ​ຂາດ​ຈາກ​ພະ​ຍາດ​ໂດຍ​ໄວ.

​ໃນສານ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ລະ​ບຸ​ວ່າ: ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນຢ່າງ​ສູງ​ຕໍ່​​ສາຍ​ພົວ​ພັນ​ຈີນ-ອັງ​ກິດ ແລະ ຍິນ​ດີ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ອັງ​ກິດ ໂດຍ​ຖື​ເອົາ​ການ​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ​ທາງ​ການ​ທູດ​ຂັ້ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລະ​ຫວ່າງ​ຈີນ​ແລະ​ອັງ​ກິດ​ຄົບ​ຮອບ 50 ປີ​ເປັນ​ໂອ​ກາດ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ໄດ້​ຮັບ​ຄວາມ​ຄືບ​ໜ້າອັນ​ໃໝ່.

ຄຳ​ເຫັນ

0