蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປູ​ຕິນ​ກ່າວ​ວ່າ ສັນ​ຍາ​ມິນ​ສສະ​ບັບ​ໃໝ່​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ

2022-02-23 15:15:10 CRI

ວັນ​ທີ 22 ກຸມ​ພາ​ນີ້, ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຣັດ​ເຊຍ​ຢູ່​ວັງ​ແກ​ລມ​ແລັງ​ວ່າ: ສັນ​ຍາ​ມິນ​ສ​ສະ​ບັບ​ໃໝ່​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ແລ້ວ.

ເວັບ​ໄຊ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​​ໄດ້ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ມື້​ດຽວ​ກັນ, ທ່ານ​ວະ​ລາ​ດິ​ເມຍ ປູ​ຕິນ​ໄດ້ອະ​ທິ​ບາຍ​​ເລື່ອງ​​ການຮັບ​ຮອງ​ເອ​ກະ​ລາດ​ຂອງ “ສາທາລະນະລັດປະຊາຊົນໂດເນັດສ” ແລະ “ສາທາລະນະລັດປະຊາຊົນລູຮັນສ” ວ່າ: ກ່ອນ​ທີ່​ຣັດ​ເຊຍ​​ຈະປະ​ກາດ​ການ​ຮັບ​ຮອງ​​ເອ​ກະ​ລາດ​ຂອງສອງ “ສາ​ທາ​ລະ​ນະ​ລັດ” ດັ່ງ​ກ່າວ, ສັນ​ຍາ​ມິນ​ສ​ໄດ້ຖືກ “ລຶບ​ລ້າງ” ໄປ​ແຕ່ດອນ​ແລ້ວ. ໂດຍ​ອີງ​ຕາມ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​ລະ​ຫວ່າງ​ຣັດ​ເຊຍ​ກັບສອງ “ສາ​ທາ​ລະ​ນະ​ລັດ” ດັ່ງ​ກ່າວ, ຣັດ​ເຊຍ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ກ່ຽວ​ຂ້ອງ​ແກ່ເຂົາ​ເຈົ້າ ເຊິ່ງ​ລວມ​ທັງ​ການ​ຊ່ວຍ​ເຫຼືອ​ທາ​ງ​ການ​ທະ​ຫານ. ຣັດ​ເຊຍ​ກຽມ​ຈະ​ປະ​ຕິ​ບັດ​ຕາມ​ພັນ​ທະ​ຂອງ​ຕົນ​ໃນ​ເວ​ລາ​ທີ່​ຈຳ​ເປັນ.

ຄຳ​ເຫັນ

0