ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຍັງອີກບໍ່ຮອດ 10 ວັນ, ງານກິລາໂອລິມປີກຄົນພິການລະດູໜາວປັກກິ່ງ 2022 ຈະໄຂຂຶ້ນຕາມແຜນການທີ່ກຳນົດໄວ້. ຕອນຄ່ຳຂອງວັນທີ 22 ກຸມພານີ້, ສະຫະພັນຄົນພິການແຫ່ງປະເທດຈີນໄດ້ເປີດເຜີຍວິດີໂອໂຄສະນາກ່ຽວກັບການກະກຽມງານກິລາໂອລິມປີກຄົນພິການລະດູໜາວປັກກິ່ງ 2022.
ເພື່ອກະຕຸ້ນຄວາມກະຕືລືລົ້ນຂອງຄົນພິການທັງຫຼາຍໃຫ້ເຂົ້າຮ່ວມກິລາລະດູໜາວ ແລະຊຸກຍູ້ແຜນການ“ປະຊາຊົນ 300 ລ້ານຄົນເຂົ້າຮ່ວມກິລາຫິມະ ແລະນ້ຳກ້ອນ”, ສະຫະພັນຄົນພິການແຫ່ງປະເທດຈີນໄດ້ຈັດ “ກິດຈະກຳກິລາຫິມະ ແລະນ້ຳກ້ອນສຳລັບຄົນພິການ” ມາເປັນເວລາ 6 ປີລຽນຕິດແລ້ວ ເຊິ່ງໄດ້ມີບົດບາດອັນໃຫຍ່ຫຼວງ ແລະຍາວໄກ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງກິດຈະກຳກິລາ ແລະການພັດທະນາກິລາລະດູໜາວ. ໃນຄັ້ງທຳອິດຂອງກິດຈະກຳດັ່ງກ່າວ ມີແຕ່ 14 ແຂວງ, ເຂດ ແລະກຳແພງນະຄອນຂອງຈີນເທົ່ານັ້ນເຂົ້າຮ່ວມ, ມາຮອດປັດຈຸບັນ, ມີຄົນພິການຂອງ 31 ແຂວງ, ເຂດ ແລະກຳແພງນະຄອນຂອງຈີນໄດ້ເຂົ້າຮ່ວມ ເຊິ່ງໄດ້ກວມເອົາທົ່ວປະເທດຈີນໂດຍພື້ນຖານ.
ຄຳເຫັນ
0