蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຕ່​ໃດ​ມາ ການ​ລົງ​ໂທດກໍ​ບໍ່​ແມ່ນ​ຊ່ອງ​ທາງ​ພື້ນ​ຖານ​ທີ່​ແກ້​ໄຂ​ບັນ​ຫາ​ທີ່​ບັງ​ເກີດ​ຜົນ

2022-02-24 11:10:36 CRI

ໂດຍ​ແນ​ໃສ່ກໍ​ລະ​ນີ​ທີ່​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ຈຳ​ນວນ​ໜຶ່ງ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ລົງ​ໂທດ​ຣັດ​ເຊຍ​ຄັ້ງ​ໃໝ່​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ວັນ​ທີ 23 ກຸມ​ພາ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ແຕ່​ໃດ​ໆມາ, ການ​ລົງ​ໂທດ​ບໍ່​ແມ່ນ​ຊ່ອງ​ທາງ​ພື້ນ​ຖານ​ໃນ​ການແກ້​ໄຂ​ບັນ​ຫາ​ຢ່າງ​ບັງ​ເກີດ​ຜົນ, ​ຈີນ​ຄັດ​ຄ້ານ​ການ​ລົງ​ໂທດ​ແຕ່​ຝ່າຍ​ດຽວ​ທີ່​ຜິດ​ກົດ​ໝາຍ​ທຸກ​ປະ​ການ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​ກ່າວ​ຕື່ມ​ວ່າ: ຕະຫຼອດ​ເວ​ລາ 20 ປີ​ຜ່ານ​ມາ, ຈຳ​ນວນການ​ລົງ​ໂທດ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ 10 ເທົ່າ, ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ກ່ອນ​ຂອງ​ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ການ​ການ​ລົງ​ໂທດ​ປະ​ເທດ​ອື່ນ 3.800 ລາຍ​ການ, ເທົ່າ​ກັບ​ວ່າ​ສະ​ເລ່ຍ​ແລ້ວ, ມື້​ໜຶ່ງ​ໄດ້ “ລົງ​ໂທດ” 3 ​ລາຍ​ການ.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ​ກ່າວ​ຕື່ມ​ອີກວ່າ: ຫວັງ​ວ່າ​ຝ່າຍ​ທີ່​ກ່ຽວ​ຂ້ອງ​​ຈະ​ຄິດ​ໃຫ້ຮອບ​ຄອບ, ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ ໂດຍ​ຜ່ານ​ການ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ກັນ. ການ​ລົງ​ໂທດແຕ່​ຝ່າຍ​ດຽວ​ແບບ​ຜິດ​ກົດ​ໝາຍ​ທີ່ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້​ປະ​ຕິ​ບັດ​ນັ້ນ ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ອັນ​ໜັກ​ໜ່ວງ​ໃຫ້​​ກັບ​ເສດ​ຖະ​ກິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປ​ະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​. ອາ​ເມ​ຣິ​ກາ​ບໍ່​ຄວນ​ທຳ​ລາຍ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍຂອງ​ຈີນ​ແລະ​ຝ່າຍ​ອື່ນໆ​ທີ່​ກ່ຽວ​ຂ້ອງ ໃນ​ການແກ້​ໄຂ​ບັນ​ຫາ​ອູ​ແກ​ຣນ ແລະ ການ​ພົວ​ພັນ​ກັບ​ຣັດ​ເຊຍ.

ຄຳ​ເຫັນ

0