ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນຄ່ຳວັນທີ 23 ກຸມພານີ້, ທ່ານເຊເລນສະກີ ປະທານາທິບໍດີອູແກຣນໄດ້ເຊັນລັດຖະດຳລັດ ໂດຍສັ່ງໃຫ້ປະຕິບັດພາວະສຸກເສີນແຫ່ງຊາດຢູ່ທົ່ວປະເທດອູແກຣນ ໂດຍຍົກເວັ້ນລັດໂດເນັສ ແລະ ລັດລູຮັນສ ເປັນເວລາ 30 ວັນ ເລີ່ມແຕ່ເວລາ 0 ໂມງຂອງວັນທີ 24 ກຸມພານີ້ເປັນຕົ້ນໄປ.
ອີງຕາມລັດຖະດຳລັດສະບັບນີ້, ຫ້າມຈັດການໂຮມຊຸມນຸມ, ການປະທ້ວງ ແລະ ການນັດຢຸດງານ ແລະ ກິດຈະກຳລວມໝູ່ອື່ນໆ ຢູ່ເຂດທີ່ປະຕິບັດພາວະສຸກເສີນແຫ່ງຊາດ, ຫ້າມທະຫານປ່ຽນທີ່ຢູ່ອາໄສ, ປະຕິບັດລະບຽບການເຂົ້າອອກເມືອງພິເສດ, ຖ້າມີຄວາມຈຳເປັນ, ຈະສັ່ງຫ້າມສັນຈອນຍາມຄ່ຳຄືນ, ຫ້າມການເຄື່ອນໄຫວຢ່າງເສລີ ແລະ ອື່ນໆ.
ຄຳເຫັນ
0