秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດຕາການຮັບຊົມງານກິລາໂອລິມປິກລະດູໜາວປັກກິ່ງຢູ່ຣັດເຊຍຫຼາຍກວ່າລາຍການໂທລະພາບອື່ນເຖິງ 4 ເທົ່າ

2022-02-24 14:02:18 cri

ວັນ​ທີ 22 ກຸມ​ພາ​ນີ້, ສຳ​ນັກ​ຂ່າວ​ສານ​ສະ​ປຸດ​ຍິກຂອງ​ຣັດ​ເຊຍ​ໄດ້​ລາຍ​ງານ​ວ່າ: ຕາມ​ຜົນ​ການ​ສຳຫຼວດ​ຈາກ​ບໍ​ລິ​ສັດ​ໂທ​ລະ​ຄົ​ມເມ​ກາ​ຟອ​ນ (MegaFon) ຂອງ​ຣັດ​ເຊຍ ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ຊົມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢູ່​ຣັດ​ເຊຍ​ມີຫຼາຍກວ່າ​ຈຳ​ນວນ​ຜູ້​ຊົມ​​ລາຍ​ການ​ໂທ​ລະ​ພາບ​ປະ​ເພ​ດ​ອື່ນ​ຂອງ​ຣັດ​ເຊຍ​ເຖິງ 4 ເທົ່າ. ໃນ​ນັ້ນ, ​ກິ​ລາຮອກ​ກີ້​ນ້ຳ​ກ້ອນ​ໄດ້​ກາຍ​ເປັນ​ລາຍ​ການ​ກິ​ລາ​ທີ່​ມີ​ຈຳ​ນວນ​ຜູ້​ຊົມຫຼາຍ​ທີ່​ສຸດ​ຢູ່​ຣັດ​ເຊຍ.

ຕາມ​ຂ່າວ​ລາຍ​ງານ​ວ່າ: ບໍ​ລິ​ສັດເມ​ກາ​ຟອ​ນ ໄດ້​ປະ​ເມີນອັດ​ຕາ​ການ​ຮັບ​ຊົມ​ ​ລາຍ​ການ​ກິ​ລາ​​ຢູ່​ຊ່ອງ​ໂທ​ລະ​ພາບ​ຣັດ​ເຊຍ​ໃນ​ເດືອນ​ກຸມ​ພາ​ປີ 2022 ແລະ​ໄດ້​ຜົນ​ສຳຫຼວດ ກໍ​ຄື​ຕົວ​ເລກ​ຂໍ້​ມູນ​ດັ່ງ​ກ່າວ. ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນ​ງານ​ກິ​ລາ​ທີ່​ສຳ​ຄັນ​ສຳ​ລັບ​ຊາວ​ຣັດ​ເຊຍ, ຈຳ​ນວນ​ຜູ້​ຊົມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢູ່​ຣັດ​ເຊຍ ແມ່ນຫຼາຍກວ່າ 25% ຂອງ​ຈຳ​ນວນ​ຜູ້​ຊົມ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕກ​ຽວ.

ຜົນ​ການ​ສຳຫຼວດ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ອັດ​ຕາ​ການ​​ຮັບ​ຊົມ​​ກິ​ລາຮອກ​ກີ້​ນ້ຳ​ກ້ອນ​ໄດ້​ກວມ​ເອົາ 25% ຂອງ​ອັດ​ຕາ​ການ​ຮັບ​ຊົມລາຍ​ການ​ໂທ​ລະ​ພາບ​ທັງ​ໝົດ, ​ສະ​ເກັດ​ລີ​ລາ​​ເທິງນ້ຳ​ກ້ອນ​ຢູ່​ອັບ​ດັບ​ທີ​ສອງ ເຊິ່ງກວມ​ເອົາ 14%, ການແຂ່ງຂັນກິລາຫິມະສອງປະເພດລວມກັນ ຫລື ໄບແອດລອນ ຢູ່​ອັນ​ດັບ​ທີ 3 ເຊິ່ງກວມ​ເອົາ 10%.

ຄຳ​ເຫັນ

0