黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ຈະ​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ອູ​ແກຼນ

2022-02-24 10:46:46 cri

ວັນ​ທີ 23 ກຸມ​ພາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ໂດຍ​ຕອບ​ສະ​ໜອງ​ຕາມ​​ຄຳຮຽກ​ຮ້ອງ​ຂອງ​ຄະ​ນະ​ຜູ້​ແທນ​ອູ​ແກຼນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ​ໃນ​ເວ​ລາ 9 ໂມງ 30 ນາ​ທີ​​ຂອງວັນ​ທີ 24 ຕາມ​ເວ​ລາ​ວຽງ​ຈັນ, ເພື່ອ​ປຶກ​ສາ​ຫາ​ລື​ສະ​ຖາ​ນະ​ການ​ອູ​ແກຼນ​ອີກ​ຄັ້ງ​ໜຶ່ງ. ຄາດ​ວ່າ​ທ່ານ ຄຸ​ເລ​ບາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອູ​ແກຼນ​ຈະ​ປະ​ກອບ​ຄຳ​ເຫັນ​ໃນ​ກອ​ງ​ປະ​ຊຸມ​ຄັ້ງ​ນີ້.

ກ່ອນ​ໜ້າ​ນີ້​, ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ​ກ່ຽວ​ກັບ​ບັນ​ຫາ​ອູ​ແກຼນ​ໃນ​ວັນ​ທີ 21 ກຸມ​ພາ​ຜ່ານ​ມາ​ນີ້.

ຄຳ​ເຫັນ

0