黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງປະຊຸມສຸດຍອດຂອງເວທີປຶສາຫາລືປະເທດສົ່ງອອກແກັສທຳມະຊາດເນັ້ນຄວາມຫມັ້ນຄົງແລະການຮ່ວມມືດ້ານພະລັງງານທົ່ວໂລກ

2022-02-24 10:16:53 CRI

ກອງປະຊຸມສຸດຍອດຂອງເວທີປຶສາຫາລືປະເທດສົ່ງອອກແກັສທຳມະຊາດຄັ້ງທີ 6 ໄດ້ ອັດລົງຢູ່ນະຄອນຫລວງໂດຮາ ປະເທດກາຕາໃນວັນທີ 22 ກຸມພານີ້ ແລະ ໃນວັນດັ່ງກ່າວ, ກອງປະຊຸມໄດ້ອອກຖະແຫລງການໂດຮາ ໂດຍເຫັນດີໃຫ້ເພີ່ມທະວີການຮ່ວມມືຄວາມ ຫມັ້ນຄົງດ້ານພະລັງງານທົ່ວໂລກ ເພື່ອເຮັດໃຫ້ຕະຫລາດພະລັງງານມີຄວາມຫມັ້ນທ່ຽງ.

ກອງປະຊຸມສຸດຍອດຄັ້ງນີ້ໄດ້ດຳເນີນໄປເປັນເວລາ 1 ວັນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລືກັນໃນດ້ານຕ່າງໆ ເຊັ່ນ: ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ມີ ຜົນກະທົບຕໍ່ຕ່ອງໂສ້ການສະໜອງແກັສທຳມະຊາດ, ບົດບາດສຳຄັນຂອງແກັສທຳມະຊາດ ໃນການພັດທະນາເສດຖະກິດແບບຍືນຍົງ, ການຮ່ວມມືໃນການສຳຫລວດແກັສທຳມະຊາດ, ວິໄສທັດການພັດທະນາ ແລະການວາງແຜນດ້ານອຸດສາຫະກຳແກັສທຳມະຊາດໃນອະນາຄົດ ແລະດ້ານອື່ນໆ.

ເວທີປຶກສາຫາລືປະເທດສົ່ງອອກແກັສທຳມະຊາດ ສ້າງຂຶ້ນເມື່ອປີ 2001 ແລະ ໄດ້ສ້າງໃຫ້ເປັນຮູບແບບອົງການຈັດຕັ້ງຢ່າງເປັນທາງການເມື່ອເດືອນທັນວາປີ 2008, ແຕ່ລະສອງປີໃດຈະຈັດກອງປະຊຸມສຸດຍອດຜູ້ນຳປະເທດສະມາຊິກຄັ້ງຫນຶ່ງ. ຂໍ້ມູນຈາກ ເວັບໄຊຂອງເວທີປຶກສາຫາລືດັ່ງກ່າວໄດ້ໃຫ້ຮູ້ວ່າ, ຍອດປະລິມານສະສົມແກັສທຳມະຊາດ ທີ່ສຳຫລວດໄດ້ຂອງປະເທດສະມາຊິກເວທີປຶກສາຫາລື ໄດ້ກວມອັດຕາສ່ວນຂອງທົ່ວໂລກ ຫລາຍກວ່າ 70%, ປະລິມານການສົ່ງອອກແກັສທຳມະຊາດທີ່ເປັນທາດແຫລວ ກວມຫລາຍກວ່າເຄິ່ງຫນຶ່ງຂອງປະລິມານການສົ່ງອອກຂອງທົ່ວໂລກ.

ຄຳ​ເຫັນ

0