秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດມູນຄ່າການສົ່ງອອກແຜ່ນແພ ແລະເສື້ອຜ້າຂອງຈີນໃນປີ 2021 ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ

2022-02-25 14:07:18 cri

ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ເຖິງ​ວ່າ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ທົ່ວ​ໂລກ​ໄດ້​ຮັບ​ຜົນ​ກະ​ທົບ​ຈາ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ​ຕາມ, ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ ແຜ່ນ​ແພ ແລະ​ເສື້ອ​ຜ້າ​ຂອງ​ທົ່ວ​ປະ​ເທດ​ຈີນ​ໃນ​ປີ 2021 ​ຍັງ​ບັນ​ລຸ​ເຖິງ 315,5 ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່​ງເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ.

ໃນ​ປີ 2021, ຍອມ​ມູນ​ຄ່າ​ການ​ສົ່ງ​ອອກ​ເສື້ອ​ຜ້າ​ໝົດ​ປີ​ຂອງ​ຈີນ​ແມ່ນ 170,28 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 24% ເມື່ອ​ທຽ​ບ​ໃສ່​​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020 ແລະ​ໄດ້​ເພີ່ມ​ຂຶ້ນ 16% ເພື່​ອ​ທຽບ​ໃສ່​ໄລ​ຍະ​ກ່ອນ​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊິ່ງ​ເປັ​ນ​ສະ​ຖິ​ຕິ​ສູງ​ສຸດນັບ​ແຕ່​ປີ 2015 ເປັນ​ຕົ້ນ​ມາ. ພ້ອມ​ດຽວ​ກັນ​ນີ້, ວິ​ສາ​ຫະ​ກິດ​ຕ່ຳແຜ່ນ​​ໄດ້​ກຳ​ໄລ​ຫຼາຍຂຶ້ນ​ຢ່າງ​ໝັ້ນ​ທ່ຽງ. ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ປີ 2021, ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ກຳ​ໄລ 267,68 ຕື້​ຢ​ວນ, ເພີ່ມ​ຂຶ້ນ 25,4% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020 ເຊິ່ງ​ເປັ​ນ​ສະ​ຖິ​ຕິ​ສູງ​ສຸດນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ.

ຄຳ​ເຫັນ

0