蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ຈະ​ໃຊ້​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ການ​ສັກ​ວັກ​ຊິນ​ໂຄວິດ-19 ຢູ່​ປະ​ເທດ​ອາ​ຟ​ຣິ​ກາຢ່າງ​ຂະ​ໜາດ​ໃຫຍ່​

2022-02-25 15:11:50 CRI

ວັນ​ທີ 24 ກຸມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສຳ​ນັກ​ງານ WHO ປະ​ຈຳ​ພາກ​ພື້ນ​ອາ​ຟ​ຣິ​ກາ​ທີ່​ນະ​ຄອນຫຼວງບ​ຣາ​ຊາ​ວີ​ເລຂອງ​ປະ​ເທດ​ກົງ​ໂກ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທາງ​ອອນ​ລາຍ.

ອີງ​ຕາມ​ເນື້ອ​ໃນ​ຖະ​ແຫຼງ​ຂ່າວ, ນັບ​ແຕ່ WHO ໄດ້​ສະ​ໜອງວັກ​ຊິນ​ໂຄວິດ-19 ໃຫ້​ທະ​ວີບ​ອາ​ຟ​ຣິ​ກາ​ໃນ​ໜຶ່ງ​ປີ​ກ່ອນ​ມາ​ນີ້, ອາ​ຟ​ຣິ​ກາ​ໄດ້​ສັກ​ວັກ​ຊິນ​ໄປ​ແລ້ວ 400 ລ້ານ​ຫຼອດ ເຊິ່ງ​ແມ່ນ​ການ​ສັກ​ວັກ​ຊິນ​ສຳ​ລັບ​ພະ​ຍາດ​ຊະ​ນິດ​ໜຶ່ງ​ຢູ່​ທະ​ວີບ​ອາ​ຟ​ຣິ​ກາ​ຂະ​ໜາດ​ໃຫຍ່​ທີ່​ສຸດ. ແຕ່​ວ່າ, ໂດຍ​ອີງ​ຕາມ​ອັດ​ຕາ​ສ່ວນ​ການ​ສັກ​ວັກ​ຊິນ​ໃນ​ປັດ​ຈຸ​ບັນ​ແລ້ວ, ຕົວ​ເລກ​ດັ່ງ​ກ່າວ​ຍັງ​ບໍ່​ພຽງ​ພໍ​ເທື່ອ. ມາ​ຮອດ​ປັດ​ຈຸ​ບັນ, ​ປະ​ຊາ​ກອນ​ອາ​ຟ​ຣິ​ກາ​ມີ​ແຕ່ 13 % ​ເທົ່າ​ນັ້ນ​ທີ່​ໄດ້​ສັກ​ວັກ​ຊິນ​ໂຄວິດ-19 ຄົບ​ຖ້ວນ​ແລ້ວ.

ປີ​ນີ້, WHO ຈະ​ສົ່ງ​ເສີມ​ການ​ສັກ​ວັກ​ຊິນ​ໂຄວິດ-19 ຢ່າງ​ຂະ​ໜາດ​ໃຫຍ່ ໂດຍ​ແບ່ງ​ເປັນ​​ແຕ່​ລະໄລ​ຍະ. ປັດ​ຈຸ​ບັນ, ໄດ້​ກຳ​ນົດວ່າ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ 20 ປະ​ເທດ​ເປັນ​ພິ​ເສດ.

ຄຳ​ເຫັນ

0