蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນ​ສຳ​ເລັດ​ຂອງງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເປັນ​ການ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ

2022-02-25 15:11:23 CRI

ຄຽງ​ຄູ່​ກັບ​ງາ​ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​​ອັດ​ລົງ​ຢ່າງ​ຈົບ​ງາມ, ບ້ານ​ພັກ​ນັກ​ກິ​ລາ 3 ແຫ່ງ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ເມືອງ​ແຢນ​ຊິງ ແລະ ນະ​ຄອນ​ຈ່າງ​ເຈ່ຍ​ໂຂ​ໄດ້​ເລີ່ມ​ປັບ​ປ່ຽນ​ຮູບ​ຊົງ ແລະ ສິ່ງ​ກໍ່​ສ້າງ​ສຳ​ລັບນັກ​ກິ​ລາ​ຄົນ​ພິ​ການ ເພື່ອ​ກະ​ກຽມ​ໃຫ້​ແກ່​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ. ທ່ານ​ອັນ​ດ​ຣູ ປານ​ສັນ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ​ໄດ້​ກ່າວ​ຊົມ​ເຊີຍຜົນ​ສຳ​ເລັດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ ສະ​ແດງ​ຄວາມ​​ຫວັງ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ ໂດຍ​ຜ່ານ​ທາງວິ​ດິ​ໂອ.

ທ່ານ​ອັນ​ດ​ຣູ ປາ​ສັນ​ສ​ກ່າວ​ວ່າ: “ຈີນ​ໄດ້​ຈັດ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ທີ່​ອັດ​ສະ​ຈັນ​ຄັ້ງ​ໜຶ່ງ​ໃຫ້​​ກັບ​ໂລກ”, ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ, ​ການຈັດ​ງານ​ມະ​ໂຫລານ​ຄັ້ງ​ນີ້​​ແມ່ນເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາໆ, ແຕ່​ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ທີ່​ບັງ​ເກີດ​ຜົນ​ທີ່​ສຸດ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ເຊິ່ງ​ເຮັດ​ໃຫ້​ຕົນ​ຮູ້​ສຶກ​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍກວ່າ​ເກົ່າ​ໃນ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້.

ຄຳ​ເຫັນ

0